ພິທີເປີດງານມະຫະກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ຫຼື ໂຕກຽວ ເກມ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ໄດ້ໄຂຂຶ້ນຢ່າງ ເປັນທາງການ ຢູ່ສະໜາມກິລາ ໂອແລມປິກ ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 23 ກໍລະກົດ 2021 ໂດຍບໍ່ໃຫ້ມີມວນຊົນເຂົ້າຮ່ວມ ຊຶ່ງເປັນຄັ້ງປະຫວັດສາດໃນວົງການກິລາໂອແລມປິກ ເພື່ອປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19. ໂດຍມີ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ ທ່ານ ໂທມັສ ບັກ ປະທານຄະນະກຳມະການໂອແລມປິກສາກົນ (IOC) ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ພ້ອມຄະນະກຳມະການຈັດການແຂ່ງຂັນ ສ່ວນ ສປປ ລາວ ນຳໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.

ໃນພິທີເປີດ ໂຕກຽວ ເກມ 2020 ຄະນະກຳມະການຈັດການແຂ່ງຂັນ ກໍຄືເຈົ້າພາບຍີ່ປຸ່ນ ໄດ້ຈັດການສະແດງຫຼາຍຊຸດ ພາຍໃຕ້ແນວຄິດ “Moving Forward” (ກ້າວໄປຂ້າງໜ້າ) ແລະ ຄຳຂວັນທີ່ວ່າ “United by Emotion” (ລວມກັນເປັນໜຶ່ງດຽວ) ເພື່ອສື່ເຖິງການກ້າວຜ່ານໄປສູ່ການຟື້ນຕົວຈາກສະຖານະການໆແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແຜ່ລາມໄປທົ່ວໂລກ ດ້ວຍຄວາມຫວັງໃໝ່ ສົ່ງກຳລັງໃຈສູ່ຄົນທົ່ວໂລກ. ສ່ວນຂະບວນແຫ່ນັກກິລາເຂົ້າສູ່ສະໜາມ ແມ່ນມີສີສັນໃໝ່ຢູ່ທີ່ຕົວແທນຜູ້ຖືທຸງຊາດຈາກຜ່ານມາມີພຽງ 1 ຄົນ ແຕ່ຄັ້ງນີ້ ທາງເຈົ້າພາບຢາກໃຫ້ຖືທຸງຊາດ 2 ຄົນ ຍິງ-ຊາຍ ເພື່ອຍົກສູງບົດບາດຍິງ-ຊາຍໃນສັງຄົມມະນຸດ ສ່ວນຈຳນວນນັກກິລາທີ່ຮ່ວມເດີນຂະບວນແຫ່ ກໍຕັດຮອນໃຫ້ໜ້ອຍລົງ ເພື່ອເວັ້ນໄລຍະຫ່າງ ຕາມມາດຕະການປ້ອງກັນພະຍາດໂຄວິດ-19. ຊຶ່ງຄະນະນັກກິລາລາວຍ່າງເຂົ້າສູ່ສະໜາມເປັນລຳດັບທີ 194 ຕາມຕົວອັກສອນພາສາຢີ່ປຸ່ນ ຈາກ 206 ປະເທດເຂົ້າຮ່ວມ ຂະນະທີ່ເຈົ້າພາບຍີ່ປຸ່ນ ເຂົ້າສູ່ສະໜາມເປັນຂະບວນສຸດທ້າຍຕາມປະເພນີ ຂະບວນນັກກິລາລາວ ຮັບໜ້າທີ່ຖືທຸງຊາດລາວໂດຍ ທ້າວ ສັນຕິສຸກ ອິນທະວົງ ນັກກິລາລອຍນໍ້າ ແລະ ນາງ ສິລິນາ ພະອາໄພ ນັກກິລາແລ່ນທີມຊາດລາວ. ສຳລັບຈຸດເດັ່ນສຳຄັນໃນພິທີເປີດ ງານຄັ້ງນີ້ ແມ່ນການຈູດທວນໄຟໂອແລມປິກ ຊຶ່ງທວນໄຟນີ້ ເຈົ້າພາບໃສ່ຊື່ວ່າ: Hope Lights Our Way ທວນໄຟແຫ່ງຄວາມຫວັງ ໂດຍມີຕົວແທນນັກຮຽນ ນັກກິລາ ຄະນະແພດໝໍ ມາຮ່ວມໃນພິທີ ແລະ ນາໂອມິ ໂອຊາກະ ນັກເທັນນິສຊາວຍີ່ປຸ່ນເຊື້ອສາຍໄຮຕິ ຜູ້ສ້າງປະຫວັດສາດເປັນຊາວຍີ່ປຸ່ນຄົນທຳອິດ ໄດ້ແຊັມແກຣນສະແລມ ຮັບໜ້າທີ່ເປັນຜູ້ຈູດທວນໄຟ ເພື່ອສື່ເຖິງການແຂ່ງຂັນໄດ້ເປີດສາກຂຶ້ນຢ່າງເປັນທາງການ ໂດຍຮູບຊົງບັ້ງທວນໄຟໃຫຍ່ໂອແລມປິກເກມຄັ້ງນີ້ ມີລັກສະນະເປັນດວງຕາເວັນທີ່ອ້າກີບເໝືອນດອກໄມ້ ມີຄວາມໝາຍ ” ລວມພະລັງຄວາມສາມັກຄີ ແລະ ຄວາມຫວັງ ”. ອີກໄຮໄລໜຶ່ງທີ່ສຳຄັນ ແມ່ນການຈຸດບັ້ງໄຟດອກທີ່ສຸດສວຍງາມອະລັງການ ແລະ ການນຳໃຊ້ ໂດຣນ (Drone) 1.824 ລຳ ສະແດງເປັນຮູບຊົງສັນຍະລັກຂອງງານຄັ້ງນີ້ ລວມທັງສະແດງເປັນໜ່ວຍໂລກຢ່າງສວຍງາມປະທັບໃຈ. ງານມະຫະກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ຫຼື ໂຕກຽວ ເກມ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ຈະແຂ່ງຂັນໃນລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ຊິງທັງໝົດ 339 ຫຼຽນຄຳ ຫຼາຍສຸດໃນປະຫວັດສາດ ໃນ 33 ປະເພດກິລາ.
. # ຂ່າວ & ພາບ : ໄຊບັນດິດ