
ການແຂ່ງຂັນກີລາຣັກບີ້ລາຍການ Bangkok International Rugby Tens 2020 ປະເພດ 10 ຄົນ ທີ່ບາງກອກ ປະເທດໄທ ໃນທ້າຍອາທິດຜ່ານມາ ໂດຍລາວສົ່ງ 3 ທີມເຂົ້າຮ່ວມຊີງໄຊໃນຄັ້ງນີ້ ຍິງ 2 ທີມ ແລະ ຊາຍ 1 ທີມ ຄື: ວຽງຈັນສິງທີມຍິງ (Vientiane Lions) ແລະ ທີມວຽງຈັນຄວາຍ ທີມຍິງ ແລະ ທີມຊາຍ (Vientiane Buffalettes).
ຜ່ານການແຂ່ງຂັນທີມວຽງຈັນສິງລົງແຂ່ງຂັນ 5 ນັດ ຊະນະທັງ 5 ນັດຄື: ນັດທຳອິດ Vientiane Lions ຊະນະ Thai Airforce (ທີມຈາກເຈົ້າພາບ) 28-0 ຄະ ແນນ ນັດທີສອງ Vientiane Lions ຊະນະ Bangers Belles (ທີມຈາກເຈົ້າພາບ) 24-0 ຄະ ແນນ ນັດທີສາມ Vientiane Lions ຊະນະ Rahus (ທີມຈາກກຳປູເຈຍ) 40-0 ຄະແນນ ນັດທີສີ່ Vientiane Lions ຊະນະ BIT Barbarians (ທີມຈາກຝຣັ່ງ) 31-0 ຄະແນນ ແລະ ນັດທີ 5 ຮອບຊີງເອົາຊະນະ Bangers Belles ທີມຈາກເຈົ້າພາບ 24-0 ຄະແນນ ປ້ອງກັນແຊັມໄດ້ສຳເລັດ ແລະ ເປັນສະໄໝທີ 4 ຕິດຕໍ່ກັນ.
ສ່ວນທີມຍິງວຽງຈັນຄວາຍຕົກຮອບຮອງຊະນະເລີດ ດີວີຊັ້ນ 2 ແລະ ທີມຊາຍ ໄດ້ທີ 7 ຈາກ 20 ທີມເຂົ້າຮ່ວມ.