ປະກາດສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳເມືອງໄຊທານີ

    ພິທີປະກາດການສ້າງຕັ້ງຄະນະບໍລິຫານງານ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 19 ກໍລະກົດ 2021 ທີ່ສະໂມສອນເມືອງໄຊທານີ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ  ພ້ອມດ້ວຍປະທານ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ເມືອງ  ແລະ  ຂະແໜງການກ່ຽວຂ້ອງ.

    ໃນພິທີ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຮັບຮອງການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳເມືອງ ພ້ອມທັງແຕ່ງຕັ້ງຄະນະບໍລິຫານງານ ໂດຍໄດ້ແຕ່ງຕັ້ງທ່ານ ຄຳເສີມ ມະນີວົງ ປະທານກຸ່ມບໍລິສັດມະນີວົງ ຜູ້ອຳນວຍການໂຮງຮຽນສົມປັນຍາ ເປັນປະທານສະພານການຄ້າ ແລະ ອຸດສາຫະກຳເມືອງໄຊທານີ ທ່ານ ໜູຄຳ ພັນທະວົງ ປະທານບໍລິສັດພັນທະວົງ ຫົວໜ້າກຸ່ມລ້ຽງງົວຫາດກ້ຽງ ທ່ານນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈຳປາຫອມການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ແຕ່ງຕັ້ງຄະນະອີກ 10 ທ່ານ.

.

  # ພາບ – ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!