ຊາວໜຸ່ມມອບເຄື່ອງໃຫ້ທະຫານນະຄອນຫຼວງ

    ວັນທີ 16 ກໍລະກົດ 2021 ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳເອົາເຄື່ອງດື່ມລົງມອບໃຫ້ກົມກອງທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ກ່າວມອບໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີພະອາຈານ ພົງສະຫວັນ ອານຸສິນ ປະມານມູນນິທິຊ່ວຍເຫຼືອຄວາມທຸກຍາກ ນວ ທ່ານນາງ ສຸມາລີ ສຸທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ທ່ານ ພັນໂທ ບຸນຖົມ ໄຊສັງທອງ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກອງ​ບັນຊາ​ການທະຫານ ນວ ​ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການລົງມອບເຄື່ອງຄັ້ງນີ້ ລວມມີ 8 ກົມກອງຄື: ມອບເຄື່ອງດື່ມບໍາລຸງຮ່າງກາຍໃຫ້ກອງບັນຊາການທະຫານເມືອງສັງທອງ ກອງຮ້ອຍທະຫານຊາຍແດນ 241 ກອງຮ້ອຍທະຫານຊາຍແດນ 242 ກອງບັນຊາການທະຫານເມືອງສີໂຄດຕະບອງ ກອງບັນຊາການທະຫານເມືອງຫາດຊາຍຟອງ ກອງຮ້ອຍທະຫານຊາຍແດນ 213 ກອງຮ້ອຍທະຫານຊາຍແດນ 244 ແລະ ກອງບັນຊາການທະຫານເມືອງປາກງື່ມ  ພາກສ່ວນ​ລະ 50 ເກັດ ພ້ອມເງິນສົດ 1 ລ້ານກີບ ລວມມູນຄ່າທັງໝົດ 48 ລ້ານກີບ.

    ໂອກາດ​ນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມທັກທາຍສະບາຍດີຕໍ່ພະນັກງານ-ນັກຮົບ ແລະ ກ່າວອອຍພອນໄຊອັນປະເສີດ ຈົ່ງມີຄວາມສຸກ ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ມີຄວາມອົດທົນບຸກບືນຫ້າວຫັນ ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ກັບວຽກງານປ້ອງກັນ ແນໃສ່ເຮັດໃຫ້ຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບ ປອດໄພໂດຍພື້ນຖານ ສາມາດເກັບກຳຂໍ້ມູນສະພາບ ແລະ ແກ້ໄຂໄດ້ທັນເວລາ ປະຕິບັດຕາມສິດ-ໜ້າທີ່ ພາລະບົດບາດຂອງກົມກອງໃຫ້ມີປະສິດທິພາບ ແລະ ມີຜົນງານທີ່ຜົ້ນເດັ່ນຂຶ້ນຫຼາຍດ້ານໃຫ້ສູງຂຶ້ນ.

    ຕອນ​ທ້າຍ ​ທ່ານຫົວໜ້າການເມືອງ ​ແລະ ການທະຫານຂອງແຕ່ລະກົມກອງ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະນຳສູນການຊາວໜຸ່ມທີ່ເຫັນໄດ້ໜ້າທີ່ຄວາມສໍາຄັນຢ່າງລົ້ນເຫຼືອ ເພື່ອເປັນການກະຕຸກຊຸກຍູ້ກໍາລັງໃຈໃຫ້ກໍາລັງອ້າຍນ້ອງໃນກຳລັງປະກອບອາວຸດ ເວົ້າລວມ ເວົ້າສະເພາະກໍຄືກໍາລັງຢູ່ກອງບັນຊາການທະຫານ ນວ ກອງບັນຊາການທະຫານເມືອງ ​ແລະ ທະຫານຊາຍແດນທີ່ເຮັດໜ້າທີ່ປ້ອງກັນຊາຍແດນແມ່ນ້ຳຂອງ ແລະ ທັງເປັນການຢ້ຽມຢາມ ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້.

          # ຂ່າວ & ພາບ : ສົມສະຫວັນ

error: Content is protected !!