ຫົວເຫວີຍ ຈະສ້າງຄວາມເຂັ້ມແຂງໃຫ້ການພັດທະນາສີຂຽວຂອງອາຊຽນ ດ້ວຍການປະດິດສ້າງພະລັງງານດີຈີຕອນ

    ທ່ານ Jeffery Liu ປະທານບໍລິສັດ ຫົວເຫວີຍ ປະຈຳພາກພື້ນອາຊີ-ປາຊີຟິກ ກ່າວໃນກອງປະຊຸມເວທີປຶກສາຫາລືການພັດທະນາ ແລະ ການຮ່ວມມືດ້ານເສດຖະກິດດີຈີຕອນ ອາຊຽນ-ຈີນ 2021 “ASEAN-China Digital Economy Development and Cooperation Forum 2021” ຜ່ານທາງອອນລາຍ ວັນທີ 16 ກໍລະກົດ 2021 ຢູ່ກົວລາລໍາເປີ ປະເທດມາເລເຊຍ ວ່າ: ຫົວເຫວີຍ ຜູ້ໃຫ້ບໍລິ ການໄອຊີທີຊັ້ນນຳລະດັບໂລກ ຈະນໍາໃຊ້ປະໂຫຍດຈາກນະວັດຕະກໍາດ້ານພະລັງງານດີຈີຕອນ ເພື່ອໃຫ້ ການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາສີຂຽວ ຂອງອາຊຽນ.

    ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມ ກຳລັງກາຍເປັນສິ່ງທ້າທາຍທົ່ວໂລກ ເຖິງວ່າການປ່ອຍອາຍຄາບອນ ຫຼຸດລົງໃນປີຜ່ານມາ ເນື່ອງຈາກການຊ້າໂຕຂອງເສດຖະກິດ ແລະ ການ ລັອກດາວໃນທົ່ວໂລກ ແຕ່ການປ່ອຍອາຍພິດຈະດີດໂຕຂຶ້ນຢ່າງວ່ອງໄວ ເນື່ອງຈາກການຟື້ນຕົວຢ່າງວ່ອງ ໄວຂອງເສດຖະກິດ ໃນການຫັນໄປສູ່ພື້ນຖານເສດຖະກິດຮອບດ້ານ ແລະ ບັນລຸການພັດທະນາແບບຍືນຍົງປັດຈຸບັນ ແມ່ນເປົ້າໝາຍລວມຂອງທຸກປະເທດ ການປ່ຽນແປງຂອງດິນຟ້າອາກາດທີ່ອາດເກີດຂຶ້ນ ແລະ ຈະສົ່ງຜົນກະທົບຮ້າຍແຮງໃນລະດັບພາກພື້ນ ໂດຍມີ 6 ໃນ 20 ປະເທດທີ່ມີຄວາມສ່ຽງທີ່ສຸດໃນໂລກແມ່ນປະເທດສະມາຊິກອາຊຽນ ອາຊຽນໄດ້ປະຕິບັດການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍຜ່ານກິດຈະກຳຕ່າງໆດ້ານສິ່ງແວດລ້ອມ ເສດຖະກິດ ແລະ ສັງຄົມໃນຫຼາຍປີຜ່ານມາ ເຊັ່ນ: ປະເທດໄທ ໄດ້ຕັ້ງເປົ້າໝາຍທີ່ຈະບັນລຸການປ່ອຍຄາບອນສູງສຸດໃນປີ 2030 ແລະ ຈາກນັ້ນກໍບັນລຸການປ່ອຍອາຍພິດເປັນສູນ ໃນປີ 2065.

    ທົ່ວໂລກ ຕ້ອງການການປະຕິວັດອຸດສາຫະກຳສີຂຽວ ໂດຍມີເປົ້າໝາຍຄາບອນເປັນກາງ ໃນຂະນະທີ່ເສດຖະກິດດີຈີຕອນເຕີບໃຫຍ່ຂຶ້ນ ການເລັ່ງການຫຼຸດ ຜ່ອນການປ່ອຍອາຍພິດ ຍັງສາມາດຊ່ວຍບັນດາປະເທດໃນການຄຸ້ມຄອງຄວາມສ່ຽງຂອງອຸປະສັກທາງການຄ້າ ແລະ ຮັກສາຄວາມປອດໄພໃນຂໍ້ຕົກລົງການຄ້າເສລີຫຼາຍຂຶ້ນ ເຕັກໂນໂລຊີ ICT ແມ່ນສິ່ງສຳຄັນ ໃນການອະນຸຮັກພະລັງງານ ແລະ ການຫຼຸດຜ່ອນການປ່ອຍອາຍພິດໃນອຸດສະຫະກຳອື່ນໆ ຄາດຄະເນວ່າ ການຫຼຸດຜ່ອນການປ່ອຍອາຍຄາບອນໃນອຸດສະຫະກຳອື່ນໆ ທີ່ເປີດໃຊ້ໂດຍເຕັກໂນໂລຊີ ICT ຈະເປັນຈຳ ນວນຄາບອນ 10 ເທົ່າ ທີ່ປ່ອຍອອກມາຈາກອຸດສະຫະກໍາ ICT ເອງ.

    ທ່ານ Jeffery Liu ກ່າວຕື່ມວ່າ: ຫົວເຫວີຍ ໄດ້ນຳໃຊ້ປະສົບການທີ່ກວ້າງຂວາງກ່ຽວກັບເຄື່ອງໃຊ້ໄຟຟ້າ ແລະ ການເກັບຮັກສາພະລັງງານ ພ້ອມທັງຄວາມຊຳນານດ້ານວິຊາການໃນ 5G cloud ແລະ ເຕັກໂນໂລຊີທີ່ມີນະວັດຕະກຳອື່ນໆ ເພື່ອພັດທະນາທຸລະກິດພະລັງງານດີຈີຕອນ ແລະ ສະໜອງວິທີແກ້ໄຂພະລັງງານດີຈີຕອນສຳລັບອຸດສາຫະກຳຕ່າງໆ ເພື່ອສົ່ງເສີມພະລັງງານທົດແທນ ຫົວເຫວີຍ ໄດ້ນຳໃຊ້ວິທີແກ້ໄຂພະລັງງານດີຈີຕອນຫຼາຍກວ່າ 170 ປະເທດ ແລະ ເຂດແຄວ້ນ ໃຫ້ບໍລິການ 1/3 ຂອງປະຊາ ກອນທົ່ວໂລກ ຮອດເດືອນທັນວາປີ 2020 ວິທີແກ້ໄຂເຫຼົ່ານີ້ໄດ້ຜະລິດກະແສໄຟຟ້າ 325 ຕື້ kWh ຈາກແຫຼ່ງທີ່ສາມາດຜະລິດຄືນໃໝ່ ແລະ ປະຢັດພະລັງງານໄຟຟ້າ 10 ຕື້ kWh ຄວາມພະຍາຍາມເຫຼົ່ານີ້ໄດ້ເຮັດໃຫ້ການປ່ອຍອາຍຄາບອນ ຫຼຸດລົງ 160 ລ້ານໂຕນ ຫົວເຫວີຍ ມີຄວາມຕັ້ງໃຈທີ່ຈະສົ່ງເສີມໂຊລູເຊີນ ICT ແບບເປັນມິດກັບສິ່ງແວດລ້ອມ ເພື່ອຊ່ວຍອຸດສາຫະກຳອື່ນໆ ໃນການປະຍັດພະລັງງານ ແລະ ການປ່ອຍອາຍພິດ ເຊິ່ງພວກເຮົາຈະຮ່ວມກັບອາຊຽນ ເພື່ອຫຼຸດການປ່ອຍຄາບອນໄດອອກຊາຍ ໂດຍໃຊ້ປະ ໂຫຍດຈາກການຜະລິດພະລັງງານສະອາດ ການຂົນ ສົ່ງໄຟຟ້າ ແລະ ການຈັດເກັບພະລັງງານອັດສະລິຍະ ເພື່ອສັງຄົມພະລັງງານຄາບອນທີ່ຕໍ່າທີ່ມີປະສິດທິຜົນດ້ານພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ.

    ໃນປະເທດສິງກະໂປ ໂຊລູເຊີນ FusionSolar ຂອງຫົວເຫວີຍ ໄດ້ສະໜັບສະໜູນບໍລິສັດ Sunseap Group ເຊິ່ງເປັນຜູ້ບໍລິການໂຊລູເຊີນພະລັງງານແສງຕາເວັນ ເພື່ອສ້າງນິຄົມລອຍນ້ຳ Photovoltaic (PV) ແຫ່ງໜຶ່ງທີ່ໃຫຍ່ທີ່ສຸດໃນໂລກ ດ້ວຍແຜງພະລັງງານແສງຕາເວັນ 13.312 ໜ່ວຍ ໝໍ້ແປງ 40 ເຄື່ອງ ແລະ ແຜງລອຍນໍ້າຫຼາຍກວ່າ 30.000 ແຜງ ໂຮງງານໄຟຟ້າແສງຕາເວັນທີ່ມີເນື້ອທີ່ 5 ເຮັກຕາ ຄາດວ່າຈະສາມາດຜະລິດພະລັງງານໄດ້ 6.022.500 ກິໂລວັດຊົ່ວໂມງຕໍ່ປີ ເຊິ່ງສະໜອງພະ ລັງງານພຽງພໍສຳລັບທີ່ພັກອາໄສສາທາລະນະແບບ 4 ຫ້ອງ 1.250 ຫຼັງ ແລະ ຊົດເຊີຍປະມານ 4.258 ໂຕນ ຂອງຄາບອນໄດອອກຊາຍ. (ສະບາໄພ 18/7/2021)

error: Content is protected !!