ສປປ ລາວ ວັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກ 131 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 18 ກໍລະກົດ 2021 ວ່າ: 

    ວັນທີ 17 ກໍລະກົດ ໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 2.356 ຄົນ ຜົນວິເຄາະ ພົບຜູ້ຕິດເຊື້ອໃໝ່ທັງໝົດ 131 ຄົນ ໃນນັ້ນ ຈາກສະຫວັນນະເຂດ 76 ຄົນ ຈໍາປາສັກ 30 ຄົນ ສາລະວັນ 10 ຄົນ ຄໍາມ່ວນ 7 ຄົນ ນະຄອນຫຼວງວຽງຈັນ 7 ຄົນ ແລະ ບໍລິຄໍາໄຊອີກ 1 ຄົນ ໃນນັ້ນ 123 ຄົນ ແມ່ນກໍລະນີນຳເຂົ້າຈາກສະຫວັນນະເຂດ 76 ຄົນ ຈໍາປາສັກ 22 ຄົນ ສາລະວັນ 10 ຄົນ ນະຄອນຫຼວງວຽງຈັນ 7 ຄົນ ຄໍາມ່ວນ 7 ຄົນ ແລະ ບໍລິຄໍາໄຊ 1 ຄົນ ​ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຜ່ານດ່ານສາກົນ ແລະ ການຕິດເຊື້ອໃນຊຸມຊົນ 8 ຄົນ ທັງໝົດມາຈາກແຂວງຈຳປາສັກ ເຊິ່ງມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ເຊິ່ງມາຮອດປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ  3.426 ຄົນ  ເສຍຊີວິດສະສົມ 5 ຄົນ (ໃໝ່ 1 ຄົນ) ແລະ ກໍາລັງປິ່ນປົວທັງໝົດ 1.132 ຄົນ. 

    ສຳລັບຜູ້ເສຍຊີວິດໃໝ່ 1 ຄົນ ເພດຊາຍ ອາຍຸ 49 ປີ ບ້ານໜອງບົວທ່າ ເມືອງສອງຄອນ ແຂວງສະຫວັນນະເຂດ ອາຊີບ ຂາຍອາຫານຢູ່ປະເທດໄທ ກ່ອນເດີນທາງເຂົ້າມາ ສປປ ລາວ ໄດ້ກວດຊອກຫາເຊື້ອໂຄວິດ-19 ໃນວັນທີ 9 ກໍລະກົດຢູ່ປະເທດໄທ ແລະ ຜົນກວດແມ່ນພົບເຊື້ອ ເນື່ອງຈາກສະພາບການລະບາດຂອງປະເທດໄທ ແລະ ຕ້ອງລໍຖ້າເພື່ອຮັບເຂົ້າສະຖານທີ່ປີ່ນປົວ ຜູ້ກ່ຽວຈິ່ງໄດ້ສະເໜີຂໍກັບມາປີ່ນປົວຢູ່ ສປປ ລາວ ວັນທີ 13 ກໍລະກົດ ຜູ້ກ່ຽວເດີນທາງມາ ສປປ ລາວ ໂດຍຜ່ານດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແລະ ຖືກນຳສົ່ງເຂົ້າປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ພ້ອມທັງເກັບຕົວຢ່າງກວດຫາເຊື້ອ ເວລາ 15:00 ໂມງຂອງມື້ດຽວກັນ ຜູ້ກ່ຽວຮູ້ສຶກອິດເມື່ອຍ ຫາຍໃຈຝືດ ແໜ້ນໜ້າເອີກ ໄຂ້ ແລະ ຖອກທ້ອງ ໃນເວລາ 16:30 ໂມງ ຜົນກວດວິເຄາະ ຢັ້ງຢືນວ່າພົບເຊື້ອໂຄວິດ-19 ວັນທີ 16 ກໍລະກົດ 2021 ຜູ້ກ່ຽວໄອ ແໜ້ນໜ້າເອິກ ນອນຫງາຍບໍ່ໄດ້ ແລະ ໃນເວລາ 11:10 ໂມງ ຜູ້ກ່ຽວເລິ່ມບໍ່ຮູ້ສະຕິ ປາຍຕີນປາຍມືກໍ່າແຫຼ້ ແພດໝໍ ແລະ ພະຍາບານໄດ້ສຸມທຸກກຳລັງຊ່ວຍຊີວິດຜູ້ກ່ຽວຢ່າງສຸດຄວາມສາມາດ ແຕ່ອາການຂອງຜູ້ກ່ຽວໜັກຫຼາຍ ຈຶ່ງບໍ່ສາມາດກອບກູ້ຊີວິດຂອງຜູ້ກ່ຽວໄດ້ ແລະ ຜູ້ກ່ຽວໄດ້ເສຍຊີວິດລົງໃນເວລາ 5:30 ໂມງ ຂອງວັນທີ 17 ກໍລະກົດ 2021.

# ພາບ – ຂ່າວ: ຂັນທະວີ

error: Content is protected !!