ເກີດອຸບັດຕິເຫດລົດໃຫຍ່ຕຳລົດຈັກ

     ວັນທີ 19 ກໍລະກົດ 2021 ເວລາ 9:00 ໂມງ ໄດ້ມີອຸບັດເຫດລົດໃຫຍ່ຕໍາກັບລົດຈັກ ເສັ້ນທາງ ໜອງບົວທອງເໜືອ ຫາ ດົງນາໂຊກ ໃກ້ກັບວັດສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງຜູ້ຂັບຂີ່ລົດຈັກໄດ້ຮັບບາດເຈັບ.

    ຕໍ່ກັບເຫດການຄັ້ງນີ້ ໃຫ້ຜູ້ຂັບຂີ່ຕາມທ້ອງຖະໜົນໃຫ້ມີສະຕິ ເຄົາລົບ ແລະ ປະຕິບັດກົດລະບຽບການຈະລາຈອນຢ່າງເຂັ້ມງວດ ຄ່ອຍໄປຄ່ອຍມາ ມີຄວາມລະມັດລະວັງຂຶ້ນຕື່ມ ເມື່ອພາດພັ້ງມາແລ້ວ ຈະເຮັດໃຫ້ ເສຍຊັບສິນ ບາດເຈັບ ຫຼື ອາດເສຍຊິວິດ.

    ດ້ວຍຄວາມປາດຖະໜາດີຈາກ ສຳນັກງານ ໜສພ ວຽງຈັນໃໝ່

      ​                       # ຂ່າວ & ພາບ: ຂັນທະວີ

error: Content is protected !!