ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫຼງໃນວັນທີ 17 ກໍລະກົດ 2021 ເຊິ່ງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການສັກຢາວັກຊິນຕ້ານໂຄວິດ-19 ມາຮອດມື້ນີ້ ທົ່ວປະເທດສາມາດສັກຢາວັກຊິນຕ້ານໂຄວິດ-19 ເຂັມທີ່ 1 ໄດ້ແລ້ວ 1.050.680 ໂດສ ກວມເອົາ 14,3% ເຂັມທີ 2 ສັກໄດ້ 722.542 ເຂັມ ກວມເອົາ 9,7%.

ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ຫຼາຍແຂວງກໍໄດ້ພາກັນຮີບຮ້ອນຈັດຕັ້ງປະຕິບັດເພື່ອສ້າງພູມຕ້ານທານໃຫ້ກັບພໍ່ແມ່ປະຊາຊົນ ໃນນັ້ນ ແຂວງທີ່ສັກໄດ້ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ (ກວມເອົາ 43,5%) ແຂວງບໍ່ແກ້ວ ( 39,9%) ແລະ ແຂວງອື່ນໆສັກໄດ້ຫຼາຍກວ່າ 10% ຂອງປະຊາກອນກຸ່ມເປົ້າໝາຍ ແລະ ມາຮອດວັນທີ 16 ກໍລະກົດ ສປປ ລາວ ໄດ້ຮັບວັກຊິນ Johnson & johnson 1.008.000 ໂດສ ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມຣິກາ ໂດຍຜ່ານອົງການພັນທະມິດສາກົນທາງດ້ານວັກຊິນ.
ມາຮອດມື້ນີ້ ສປປ ລາວ ມີວັກຊິນທັງໝົດ 3.143.620 ໂດສ ເຊິ່ງຈະສັກໃຫ້ປະຊາກອນໄດ້ທັງໝົດ 2.705.810 ຄົນ ກວມເອົາອັດຕາຂອງປະຊາກອນໄດ້ 29% ຖ້າຄິດໄລ່ຕາມປະຊາກອນກຸ່ມເປົ້າໝາຍ 18 ປີຂຶ້ນໄປ ຈະກວມເອົາ 46% ເຖິງແນວໃດກໍຕາມ ວັກຊິນຍັງຈະໄດ້ຮັບການຊ່ວຍເຫຼືອຢູ່ໃນໄຕມາດທີ 3 ແລະ ທີ 4 ຄາດວ່າຈະຫຼາຍກວ່າ 50% ຂອງເປົ້າໝາຍທີ່ວາງໄວ້.
.
# ພາບ – ຂ່າວ: ອົ່ນ ໄຟສົມທອງ