ເນື່ອງໃນໂອກາດທີ່ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ວັນທີ 17 ກໍລະກົດ 2021 ກໍໄດ້ຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳເປັນສິນຄ້າຂອງບໍລິສັດ ປາຫວານຟາມ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ພ້ອມຄະນະໃຫ້ການນໍາພາ.
ການຢ້ຽມຢາມຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບການຜະລິດກະສິກຳເປັນສິນຄ້າຂອງບໍລິສັດປາຫວານຟາມ ຈໍາກັດ ຈາກທ່ານ ນາງ ວຽງສະຫວັນ ທຳມະວົງ ຜູ້ອໍານວຍການບໍລິສັດປາຫວານຟາມ ຈໍາກັດ ເຊິ່ງຟາມດັ່ງກ່າວໄດ້ເລີ່ມປູກພືດໃຫ້ໝາກ ແລະ ພືດໃຫ້ໃບແບບກະສິກຳທີ່ດີ ແລະ ກະສິກຳສະອາດ ມາແຕ່ປີ 2016 ເປັນຕົ້ນມາ ປັດຈຸບັນ ຜົນຜະລິດຈໍາໜ່າຍສູ່ທ້ອງຕະຫຼາດໂດຍສ່ວນໃຫຍ່ ສົ່ງຮ້ານສະດວກຊື້ເປັນຕົ້ນ ສູນການຄ້າພາກຊັນ ມິນິບິກຊີ ຫຼິນປິງ ແລະ ອື່ນໆ. ນອກຈາກນີ້ ທ່ານລັດຖະມົນຕີພ້ອມຄະນະ ຍັງໄດ້ລົງເບິ່ງການຜະລິດຕົວຈິງພາຍໃນຟາມຕື່ມອີກ
# ພາບ – ຂ່າວ: ຂັນທະວີ