ວັນທີ 17 ກໍລະກົດ 2021 ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວ ພິພິຕະພັນວຽງຈັນສິລະປະຮ່ວມສະໄໝ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ການຢ້ຽມຢາມຄັ້ງນີ້ ທ່ານ ພິຊິດ ໄຊຍະທິດ ເຈົ້າຂອງຫໍພິພິຕະພັນວຽງຈັນສິລະປະຮ່ວມສະໄໝ ໄດ້ລາຍງານເຖິງປະຫວັດຄວາມເປັນມາ ແລະ ແຮງບັນດານໃຈຂອງການສ້າງຫໍພິພິຕະພັນດັ່ງກ່າວ ເຊິ່ງມີເນື້ອທີ່ທັງໝົດ 7 ພັນກວ່າຕາແມັດ ໃນນີ້ ໄດ້ຈັດວາງສະແດງຮູບແກະສະຫຼັກໄມ້ ແລະ ຮູບແຕ້ມທີ່ມີຫຼາຍຮູບແບບ ແຕ່ລະຮູບນັ້ນ ແມ່ນເນັ້ນການແຕ້ມຈາກແຮງບັນດານໃຈຂອງນັກຈິດຕະກອນຫຼາຍໆເລື່ອງລາວ ບໍ່ວ່າຈະເປັນປະເພນີຂອງປະຊາຊົນກຸ່ມອາຊຽນ ການດຳລົງຊິວິດແບບວິຖີຊິວິດຊາວບ້ານໃນແຕ່ລະຊົນເຜົ່າ ແລະ ອື່ນໆ ປະກອບ 30 ພັນຊິ້ນ.
ໄລຍະຜ່ານມາ ສະຖານທີ່ແຫ່ງນີ້ໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວເຂົ້າທ່ຽວຊົມ ປັດຈຸບັນໄດ້ປິດໃຫ້ບໍລິການຍ້ອນສະພາບການລະບາດຂອງພະຍາດໂຄວິດ-19.
# ພາບ – ຂ່າວ: ຂັນທະວີ