ໃນພິທີການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນທີ 17 ກໍລະກົດ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ປະກາດເຖິງຜູ້ໂດຍສານລົດເມຕຽງນອນສາຍບໍ່ແກ້ວ-ນະຄອນຫຼວງວຽງຈັນ ເຊິ່ງບໍ່ຮູ້ປ້າຍທະບຽນລົດ ອອກເດີນທາງຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ວັນທີ 11/7/2021 ເວລາ 16:30 ໂມງ ມີຜູ້ໂດຍສານປະມານ 40 ຄົນ ໃນໄລຍະການເດີນທາງເວລາປະມານ 21:30 ໂມງ ໄດ້ແວ່ກີນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ (ບໍ່ຮູ້ຊື່) ຂອງແຂວງຫຼວງນໍ້າທາ ວັນທີ 12/7/2021 ມາຮອດແຂວງອຸດົມໄຊເວລາປະມານ 2:00 ໂມງເຊົ້າ ລົດເມໄດ້ຈອດຢູ່ຄີວລົດສາຍເໜືອ ເຊິ່ງຕັ້ງຢູ່ບ້ານ ນາເລົາ ເມືອງໄຊ ແຂວງອຸດົມໄຊ ມີຜູ້ໂດຍສານ 05 ຄົນລົງຢູ່ຄີວລົດດັ່ງກ່າວ (ເປັນຄົນອຸດົມໄຊ 3 ຄົນ ຜົ້ງສາລີ 1 ແລະ 1 ຄົນບໍ່ຮູ້ວ່າເປັນຄົນແຂວງໃດ) ຫຼັງຈາກນັ້ນ ໄດ້ອອກເດີນທາງມາຮອດຄີວລົດສາຍເໜືອ ນະຄອນຫຼວງວຽງຈັນ ໃນວັນທີ 12/07/2021 ເຊິ່ງຜູ້ໂດຍສານທັງໝົດແມ່ນເປັນຜູ້ສຳຜັດໃກ້ຊິດ ເພາະຢູ່ໃນລົດມີຜູ້ຕິດເຊື້ອເດີນທາງມານຳ ເປັນເພດຍີງ ອາຍຸ 19 ປີ ອາຊີບພະນັກງານບໍລີສັດ ທີ່ຢູ່ປັດຈຸບັນ ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ. ສຳລັບຜູ້ໂດຍສານທີ່ໄດ້ລົງຢູ່ນະຄອນຫຼວງພະບາງ ແຂວງວຽງຈັນ ບໍລິຄຳໄຊ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນນັ້ນ ພວກເຮົາສາມາດຕິດຕໍ່ໄດ້ທັງໝົດແລ້ວ ແລະ ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.


.
# ພາບ – ຂ່າວ: ອົ່ນ ໄຟສົມທອງ