ມື້ນີ້ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 108 ຄົນ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 17 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນວັນທີ 16 ກໍລະກົດ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.513 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 108 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ຈຳປາສັກ 45 ຄົນ (ໃນນັ້ນ 4 ຄົນແມ່ນຕິດເຊື້ອໃນຊຸມຊົນ ເຊິ່ງແມ່ນພະນັກງານປະຈຳດ່ານ 3 ຄົນ ທີ່ມີປະຫວັດການສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ໂດຍໄດ້ເຂົ້າຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນແຮງງານລາວເຂົ້າຈຳກັບບໍລິເວນຢູ່ສູນຄົບກຳນົດ 14 ວັນຢູ່ສູນຂອງແຂວງແລ້ວສົ່ງໄປກຳກັດບໍລິເວນຢູ່ສູນຂັ້ນເມືອງຕໍ່ ແລ້ວເກັບຕົວຢ່າງມາກວດຄືນ ເຫັນວ່າຜົນເປັນລົບ) ສະຫວັນນະເຂດ 43 ຄົນ ສາລະວັນ 13 ຄົນ ບໍລິຄຳໄຊ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ ໃນນີ້ 104 ຄົນເປັນກໍລະນີນຳເຂົ້າທີ່ຖືກຕ້ອງຕາມລະບຽບກົດໝາຍ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 3.295 ຄົນ (ໃໝ່ 108 ຄົນ) ເສຍຊີວິດສະສົມ 4 ຄົນ ຍັງຕິດຕາມປິ່ນປົວ 1.009 ຄົນ ໃນວັນທີ 16 ກໍລະກົດ ມີຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເດີນທາງເຂົ້າມາ ສປປ ລາວ 2.673 ຄົນ ເຊິ່ງທຸກຄົນໄດ້ເກັບຕົວຢ່າງໄປກວດຫາເຊື້ອ ແລະ ຈຳກັດບໍລິເວນຈົນຄົບ 14 ວັນ ທົ່ວປະເທດມີສູນຈຳກັດບໍລິເວນ 48 ສູນ ມີຜູ້ຈຳກັດບໍລິເວນ 6.152 ຄົນ.

.

  # ພາບ – ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!