ເຄພີ ກຣຸບ ປະກອບສ່ວນພັດທະນານະຄອນຫຼວງວຽງຈັນ

    ກຸ່ມບໍລິສັດ ເຄພີ ກຣຸບ ຈໍາກັດ ໄດ້ມອບເງິນ 200.000.000 ກີບ ສະໜັບສະໜູນການພັດທະນານະຄອນຫຼວງວຽງຈັນ ວັນທີ 16 ກໍລະກົດ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍຕາງໜ້າມອບຂອງທ່ານ  ປະສາດໄຊ ພິລາພັນເດຊ ຮອງປະທານ ບໍລິສັດ ເຄພີ ກຣຸບ ຈໍາກັດ ແລະ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໄດ້ປະກອບສ່ວນຊ່ວຍເຫຼືອການພັດທະນານະຄອນຫຼວງວຽງຈັນ ພ້ອມນັ້ນ ທ່ານໄດ້ມອບເງິນຈໍານວນດັ່ງກ່າວເພື່ອໄປພັດທະນາພື້ນຖານໂຄງລ່າງຂອງເມືອງໃຫ້ມີຄວາມສີວິໄລເປັນກ້າວໆ ເຊິ່ງຕາງໜ້າຮັບຂອງທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ.

# ພາບ – ຂ່າວ: ຂັນທະວີ

error: Content is protected !!