ສະຫະພັນແມ່ຍິງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ສົມທົບກັບຊາວໜຸ່ມ ແລະ ກໍາມະບານ ອ້ອມຂ້າງພະແນກດັ່ງກ່າວໄດ້ສ້າງຂະບວນການອອກແຮງງານຢູ່ພິພິຕະພັນ ຫໍພະແກ້ວ ວັນທີ 16 ກໍລະກົດ 2021 ໂດຍການນໍາພາຂອງທ່ານ ນາງ ຄໍາເປື່ອງ ວົງຈັນດີ ປະທານສະຫະພັນແມ່ຍິງ ພະແນກ ຖວທ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ແລະ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ມີສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ການອອກແຮງງານຄັ້ງນີ້ໄດ້ປັດກວາດ ແລະ ມ້ຽນດິນຂໍທີ່ໄດ້ບູລະນະຫໍພະແກ້ວຜ່ານມາແລ້ວນັ້ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະອາດ ຈົບງາມ ໃຫ້ສົມກັບວ່າເປັນສະຖານທີ່ທ່ອງທ່ຽວທາງດ້ານປູຊະນີຍະສະຖານຂອງ ນວ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 66 ປີ ທີ່ຈະມາເຖິງນີ້ ພ້ອມນັ້ນ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ 13 ກໍລະກົດ ແລະ ວັນສໍາຄັນຕ່າງໆຂອງຊາດ ຂອງພັກຕື່ມອີກ ພິເສດ ການອອກແຮງງານຄັ້ງນີ້ ໄດ້ມີການກໍານົດຜູ້ເຂົ້າຮ່ວມ ພ້ອມທັງປະຕິບັດມາດຕະການປ້ອງກັນການລະບາດ ພະຍາດໂຄວິດ-19 ຢ່າງເຂັ້ມງວດ.
# ພາບ – ຂ່າວ: ຂັນທະວີ