ວັກຊິນປ້ອງກັນພະຍາດໂຄວິດ-19 ຈອນສັນ ແລະ ຈອນສັນ ມາຮອດ ສປປ ລາວ ແລ້ວ

    ວັນທີ 16 ກໍລະກົດ 2021 ສປປ ລາວ ໄດ້ຮັບການຈັດສົ່ງວັກຊີນ​ກັນພະຍາດໂຄວິດ​-19 ຄັ້ງໃໝ່ ເຊິ່ງແມ່ນການ​ບໍລິຈາກຂອງ​ສະຫະລັດອາເມຣິກາ ໂດຍຜ່ານ COVAX Facility ເຊິ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ  (CEPI) ອົງການກາວີ ເຊິ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO) ໂດຍມີອົງການອຸຍນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ ໃນນັ້ນ ປະກອບມີ​ວັກຊີນ  Johnson & Johnson/Janssen (J&J/Janssen) ​1.008.000 ໂດສ໌ ອັນນີ້ແມ່ນສ່ວນໜຶ່ງຂອງການປະກອບສ່ວນຂອງສະຫະລັດອາເມຣິກາ ຕໍ່ຄວາມພະຍາຍາມຂອງທົ່ວໂລກ ທີ່ພວມ​ດຳເນີນການ​ຢ່າງຕໍ່ເນື່ອງ ເພື່ອຢຸດຕິ​ການລະບາດຂອງພະຍາດ​ ແລະ ເປັນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນ​ກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

    ຈາກການໄດ້ຮັບວັກຊີນຈຳນວນ​ 1.008.000 ໂດສ໌​ ເຊິ່ງ​ເປັນການຊ່ວຍເຫຼືອໂດຍກົງຈາກປະຊາຊົນອາເມຣິກາໃຫ້ແກ່ ສປປ ລາວ ຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງ​ການປ້ອງກັນການຕິດເຊື້ອໄວຣັສໃຫ້ແກ່ປະຊາຊົນ 1 ລ້ານ​ກວ່າ​ຄົນ​ ຫຼື 14% ຂອງປະຊາກອນທັງໝົດ​.

# ຂ່າວ & ພາບ : ຂັນທະວີ

error: Content is protected !!