ມື້ນີ້ Emoji ມີສຽງແລ້ວ! ຂໍແນະນຳ Soundmojis ເທິງ Messenger

      ມື້ນີ້ Facebook ນໍາສະເໜີຟີ ເຈີ້ໃໝ່ຫຼ້າສຸດ ໃຫ້ຜູ້ໃຊ້ງານໄດ້ ສະແດງຄວາມຮູ້ສຶກເທິງ Messenger ມ່ວນຍິ່ງຂຶ້ນ ຜ່ານ ອິໂມຈິແບບມີສຽງ (Soundmo jis) ໂດຍເປັນສ່ວນໜຶ່ງຂອງ ການລົງທຶນໃນຟີເຈີ້ມ່ວນໆ ທີ່ທັນສະໄໝ ເພື່ອຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນ ແລະ ມີອິດສະຫຼະໃນການສະແດງໂຕຕົນ ໃນຖານະ ທີ່ເປັນອິໂມຈິຮຸ່ນໃໝ່ Soundmojis ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດສົ່ງຄລິບສຽງສັ້ນໆໃນແຊັດເທິງ Messenger ໄດ້ ໂດຍມີສຽງຕົບມື 👏 ສຽງຈິ່ຫຼໍ່ 🦗 ສຽງຕີກອງ 🥁 ສຽງຫົວຂອງຜີສາດ 👻 ຄິບສຽງ ແຕ່ລະຄິບຈະມາພ້ອມກັບອິໂມຈິທີ່ສະທ້ອນສຽງນັ້ນໆ ເພື່ອຍັງຄົງເກັບການສົ່ງຕໍ່ຄວາມຮູ້ສຶກ ດ້ວຍພາບແບບທີ່ທຸກຄົນ ຮັກ ແຕ່ມີການເພີ່ມສຽງເຂົ້າໄປ ພ້ອມ.

    ການນໍາສະເໜີນີ້ ເກີດຂຶ້ນໃນ ໄລຍະດຽວກັບວັນສະເຫຼີມສະຫຼອງອິໂມຈິສາກົນ (World Emoji Day) ເຊິ່ງກົງກັບວັນທີ 17 ກໍລະກົດ ຂອງທຸກປີ ໃນໄລຍະເວລານີ້ເປັນເຫດການສຳຄັນ ໂດຍ Facebook ເປີດ ເຜີຍວ່າມີຂໍ້ຄວາມຫຼາຍກວ່າ 2.400 ລ້ານຂໍ້ຄວາມທົ່ວໂລກ ຖືກສົ່ງພ້ອມໆກັນກັບອິໂມຈິ ເທິງ Messenger ໃນແຕ່ລະມື້ ແລະ ໄລຍະ 3 ເດືອນຜ່ານມາ ຄວາມນິຍົມໃນການໃຊ້ງານທົ່ວ ໂລກ ສະແດງໃຫ້ເຫັນວ່າຜູ້ຍິງ ຈະສົ່ງຂໍ້ຄວາມທີ່ມີອິໂມຈິຫຼາຍກວ່າຜູ້ຊາຍ ອິໂມຈິນັ້ນ ໄດ້ຊ່ວຍ ເພີ່ມສີສັນໃຫ້ການ ແຊັດເທິງ Messenger ແລະ ທຸກຄົນ ກໍໃຊ້ອິໂມຈິ ໃນການສົ່ງຕໍ່ຄວາມ ຮູ້ສຶກທີ່ບໍ່ສາມາດໃຊ້ຄໍາເວົ້າໄດ້.

    ລອງໃຊ້ຟີເຈີ້ Soundmojis ຫຼ້າສຸດນີ້ໄດ້ງ່າຍໆ ພຽງເປີດ ແອັບ Messenger ແລ້ວ ເລີ່ມ ແຊັດ ຈາກນັ້ນ ແຕະທີ່ຮູບໜ້າ ຍິ້ມ ເພື່ອເປີດເມນູການສົ່ງຮູບ ພາບແທນຄວາມຮູ້ສຶກຂຶ້ນມາ ແຕະທີ່ປຸ່ມລຳໂພງ ພຽງເທົ່ານີ້ ທ່ານກໍຈະສາມາດເລືອກເບິ່ງ ແລະ ສົ່ງ Soundmojis ທີ່ມັກ ໄດ້. 

error: Content is protected !!