ສັງທອງ ເປັນເມືອງໜຶ່ງທີ່ມີເນື້ອທີ່ການຜະລິດກະສິກຳເປັນຈຳຫຼາຍ ເປັນຕົ້ນແມ່ນການປູກເຂົ້າ ພືດກິນໃບ ພືດອຸດສາຫະກຳຕ່າງໆ ເນື່ອງຈາກວ່າມີຊົນລະປະທານກວມເນື້ອທີ່ການຜະລິດໃນຈຳນວນຫຼາຍ ເຮັດໃຫ້ປະຊາຊົນໄດ້ເຮັດການຜະລິດໄດ້ຕະຫຼອດປີ ໃນປີ 2021 ການຜະລິດເຂົ້ານາແຊງ ແລະ ປູກພືດລະດູແລ້ງຂອງປະຊາຊົນແມ່ນໄດ້ດີພໍສົມຄວນ.

ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສັງທອງ ໃຫ້ສຳພາດວັນທີ 1 ກໍລະກົດ 2021 ວ່າ: ປັດຈຸບັນ ປະຊາຊົນແມ່ນຂຸ້ນຂ້ຽວປັກດຳເຂົ້ານາປີ ເນື້ອທີ່ແຜນການ 8.500 ເຮັກຕາ ແນວພັນປູກ 680.000 ກິໂລກຣາມ ໃນນັ້ນ ນາຫວ່ານ 3.040 ເຮັກຕາ ນາດຳ 5.460 ເຮັກຕາ ປັກດຳສຳເລັດແລ້ວ 70% ນອກນີ້ ຍັງປູກພືດຜັກ ພືດອຸດສາຫະກຳ ໃນນີ້ ພືດຜັກຕາມເນື້ອທີ່ແຜນການ 360 ເຮັກຕາ ປັດຈຸບັນ ປະຕິບັດໄດ້ 138,2 ເຮັກຕາ ເທົ່າກັບ 38% ພືດອຸດສາຫະກຳເນື້ອທີ່ແຜນການ 730 ເຮັກຕາ ປະຕິບັດໄດ້ 553 ເຮັກຕາ ເທົ່າກັບ 73% ໄມ້ໃຫ້ໝາກ ເນື້ອທີ່ແຜນການ 22 ເຮັກຕາ ປະຕິບັດໄດ້ 51% ສຳລັບການປູກເຂົ້າ ປູກພືດຜັກຂອງຊາວກະສິກອນ ແມ່ນໄດ້ຮັບການຊຸກຍູ້ສົ່ງເສີມຈາກຫ້ອງການກະສະກຳ ແລະ ປ່າໄມ້ເມືອງ ເປັນຕົ້ນ ຊຸກຍູ້ສົ່ງເສີມດ້ານວິຊາການ ແລະ ຕິດຕາມ ກວດກາການຜະລິດຂອງປະຊາຊົນເຊັ່ນ: ຊຸກຍູ້ແນວພັນເຂົ້າປູກ ການຜະລິດເຂົ້ານາປີຈຳນວນ 7 ໂຕນ ສົ່ງພະນັກງານວິຊາການລົງຊີ້ນຳ-ນຳພາ ເກັບກຳຂໍ້ມູນ ແນະນຳວິທີຕົກກ້າ ຫວ່ານກ້າ ການເຮັດນາຫວ່ານ ນາດຳ ໄດ້ກະກຽມຄອງຊົນລະປະທານ 7 ແຫ່ງ ໃນທົ່ວເມືອງ ແຕ່ຍັງພົບບັນຫາຫຍຸ້ງຍາກເຊັ່ນ ຄອງຊົນລະປະທານສ້າງບໍ່ສຳເລັດ ຫົວງານສາມາດນຳໃຊ້ໄດ້ພຽງແຕ່ 2 ຄອງ ມີຈຳນວນໜຶ່ງເປ່ເພ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ