ລາຍລະອຽດ ກ່ຽວກັບຜູ້ຕິດເຊື້ອວັນທີ 1 ກໍລະກົດ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ

    ຂໍ້ມູນກ່ຽວກັບຜູ້ຕິດເຊື້ອໃໝ່ທີ່ພົບຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ໃນນີ້ ນະຄອນຫຼວງວຽງຈັນ 3 ຄົນທີ່ເປັນກໍລະນີນໍາເຂົ້າ

  • ຜູ້ທີ 1 ເພດຊາຍ ອາຍຸ 21 ປີ ສັນຊາດລາວ
  • ຜູ້ທີ 2 ເພດຊາຍ ອາຍຸ 21 ປີ
  • ຜູ້ທີ 3 ເພດຍິງ ອາຍຸ 20 ປີ

    ທັງໝົດມີອາຊີບກຳມະກອນ ເດີນທາງມາຈາກປະເທດເພື່ອນບ້ານ ພວກກ່ຽວບໍ່ມີອາການຫຍັງ ໄປເກັບຕົວຢ່າງຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.

    ສຳລັບ ແຂວງວຽງຈັນ 5 ຄົນ (ຕິດເຊື້ອໃນຊຸມຊົນ)

  • ຜູ້ທີ 1 ເພດຍິງ ອາຍຸ 18 ປີ ສັນຊາດລາວ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ) ຜູ້ກ່ຽວມີອາການຕັນດັງ ນ້ຳມູກໄຫຼ ແລະ ໄຂ້ ໄປເກັບຕົວຢ່າງຢູ່ບ້ານໃໝ່ ເມືອງໂພນໂຮງແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ
  • ຜູ້ທີ 2 ເພດຍິງ ອາຍຸ 23 ປີ ສັນຊາດລາວ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ) ຜູ້ກ່ຽວບໍ່ມີອາການຫຍັງ ໄປເກັບຕົວຢ່າງ ຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ
  • ຜູ້ທີ 3 ເພດຍິງ ອາຍຸ 1 ປີ 2 ເດືອນສັນຊາດລາວ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ) ຜູ້ກ່ຽວບໍ່ມີອາການຫຍັງ ໄປເກັບຕົວຢ່າງ ຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ
  • ຜູ້ທີ 4 ເພດຊາຍ ອາຍຸ 3 ປີ ສັນຊາດລາວ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)ຜູ້ກ່ຽວບໍ່ມີອາການຫຍັງ ໄປເກັບຕົວຢ່າງ ຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ
  • ຜູ້ທີ 5 ເພດຍິງ ອາຍຸ 15 ປີ ສັນຊາດລາວ ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ) ຜູ້ກ່ຽວບໍ່ມີອາການຫຍັງ ໄປເກັບຕົວຢ່າງ ຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ວັນທີ 1 ກໍລະກົດ 2021 ແລະ ຜົນກວດພົບເຊື້ອ.

​                               # ຂ່າວ & ພາບ:  ຂັນທະວີ

error: Content is protected !!