ທ່ານ ສີສະຫວາດ ສູດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ປະເທດລາວປະຈໍາວັນທີ 2 ກໍລະກົດ 2021 ວ່າ: ວັນທີ 1 ກໍລະກົດ ທົ່ວປະເທດໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.670 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 32 ຄົນ ໃນນີ້ ຈາກນະຄອນຫຼວງວຽງຈັນ 3 ຄົນ ແຂວງສະຫວັນນະເຂດ 5 ຄົນ ຈໍາປາສັກ 15 ຄົນ ສາລະວັນ 1 ຄົນ ແລະ ແຂວງຄໍາມ່ວນ 3 ຄົນ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກຕ່າງປະເທດໂດຍຖືກຕ້ອງຕາມກົດໝາຍ ຖືວ່າເປັນກໍລະນີນໍາເຂົ້າ ສໍາລັບແຂວງວຽງຈັນ 5 ຄົນແມ່ນກໍລະນີຕິດເຊື້ອໃນຊຸມຊົນທີ່ປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ມາຮອດປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມ 2.176 ຄົນ ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວຢູ່ໂຮງໝໍ 167 ຄົນ.

# ຂ່າວ & ພາບ: ຂັນທະວີ