ທ່ານ ຫຼິວຈິງເຫວີ້ຍ ຫົວໜ້າທີມງານສຳຫຼວດ ອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ໄດ້ລາຍງານຈຸດປະສົງການມາເຮັດວຽກຢູ່ແຂວງບໍ່ແກ້ວໃນຄັ້ງນີ້ ຕໍ່ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໃນວັນທີ 31 ມິຖຸນາ 2021 ຜ່ານມາ ໃນການລົງມາສຳຫຼວດກວດກາພື້ນທີ່ຕົວຈິງທີ່ຖືກແລວທາງ ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງບໍ່ແກ້ວ ເພື່ອເຮັດໃຫ້ການອອກແບບຈຳລອງ ແລະ ໃນສະພາບຕົວຈິງໃຫ້ມີຄວາມຖືກຕ້ອງສອດຄ່ອງ ປະຢັດງົບປະມານ ແລະ ໄດ້ຮັບຜົນກະທົບໃນດ້ານຕ່າງໆໜ້ອຍທີ່ສຸດ ໃຫ້ການນໍາຂອງແຂວງຊາບ.

ຕາມບົດວິພາກຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຂອງໂຄງການກໍ່ສ້າງທາງດ່ວນໃໝ່ ຈາກບໍ່ເຕັນ (ຫຼວງນໍ້າທາ) ຫາຫ້ວຍຊາຍ (ແຂວງບໍ່ແກ້ວ) ໄດ້ຮັບການພິຈາລະນາ ແລະ ອະນຸມັດແລ້ວ ໂດຍກອງປະຊຸມລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ທາງດ່ວນບໍ່ເຕັນ – ຫ້ວຍຊາຍ ແມ່ນເລີ່ມແຕ່ດ່ານຊາຍແດນບໍ່ເຕັນ (ຊາຍແດນລາວ-ຈີນ) ໄປຮອດດ່ານຊາຍແດນຫ້ວຍຊາຍ (ຊາຍແດນລາວ-ໄທ) ໄລຍະການກໍ່ສ້າງທາງແມ່ນ 176,3 ກິໂລແມັດ ອີງຕາມມາດຕະຖານການກໍ່ສ້າງທາງດ່ວນທາງຄູ່ ໄປກັບທີ່ມີ 4 ເລນ ການອອກແບບຄວາມໄວແມ່ນ 80 ກິໂລແມັດ/ຊົ່ວໂມງ ຄວາມກວ້າງໜ້າທາງແມ່ນ 21 ແມັດ ມູນຄ່າການລົງທຶນຄາດຄະເນ ປະມານ 24,126 ຕື້ຢວນ ( 3,8 ຕື້ໂດລາ) ປະມານ 36.041 ຕື້ກວ່າກີບ ຫຼັງຈາກສຳເລັດໂຄງການກໍ່ສ້າງນີ້ແລ້ວ ຈາກບໍ່ເຕັນ ຫາ ຫ້ວຍຊາຍ ຈະໃຊ້ເວລາພຽງແຕ່ 1 ຊົ່ວໂມງກວ່າເທົ່ານັ້ນ.

ທ່ານ ບົວຄົງ ນາມມະວົງ ໄດ້ສະແດງຄວາມຍິນດີທີ່ທາງທີມງານໄດ້ເອົາໃຈໃສ່ເລັ່ງສຳຫຼວດອອກແບບ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ດຳເນີນໄປຕາມແຜນ ກ້າວໄປສູ່ການເລີ່ມລົງມືກໍ່ສ້າງໂດຍໄວ ເຊິ່ງຈະເຮັດໃຫ້ເກີດຜົນປະໂຫຍດທັງສອງຝ່າຍ ພ້ອມກ່າວເນັ້ນໃຫ້ບໍລິສັດຜູ້ທີ່ລົງທຶນ ໃຫ້ຄຳນຶງເຖິງການພັດທະນາ ຕ້ອງຮັບປະກັນຄວາມຍືນຍົງທາງດ້ານວັດທະນະທຳ-ສັງຄົມ ຮັກສາເອກະລັກຂອງລາວ ສິ່ງແວດລ້ອມ ທຳມະຊາດ ແລະ ການດຳລົງຊີວິດຂອງປະຊາຊົນ ໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດ ແລະ ປະຊາຊົນຕ້ອງມີວຽກເຮັດງານທຳໃນການກໍ່ສ້າງເສັ້ນທາງດ່ວນຄັ້ງນີ້.


# ຂ່າວ – ພາບ : ບຸນມີ ສີວິໄລ