ຄະນະປະຈໍາສະພາແຫ່ງຊາດ ໄຂກອງປະຊຸມເພື່ອປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

    ໃນລະຫວ່າງວັນທີ 01-02 ກໍລະກົດ 2021 ທີ່ສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມິຖຸນາ 2021 ເພື່ອປຶກສາຫາລື ແລະ ພິຈາລະນຫຼາຍບັນຫາສຳຄັນຂອງຊາດ ດັ່ງມີລາຍລະອຽດລຸ່ມນີ້

  • ການກະກຽມກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ
  • ຄົ້ນຄວ້າການກໍານົດຫົວຂໍ້ແຜນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດປະຈໍາ ປີ 2021
  • ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 01 ຂອງສະພາແຫ່ງຊາດຊຸດທີ IX
  • ການຊີ້ນໍາ ພິຈາລະນາ ແລະ ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດໃນໄລຍະຜ່ານມາ
  • ລາຍງານກ່ຽວກັບການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່
  • ລາຍງານຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຂັ້ນແຂວງຊຸດທີ II ກອງປະຊຸມທາງໄກລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະ ສສຊ ປະຈໍາເຂດເລືອກຕັ້ງ (ຄົ້ນຄວ້າກົງຈັກເສນາທິການຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II)
  • ແຜນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ແຜນການເຄື່ອນໄຫວ ລົງປະກາດການສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທົ່ວປະເທດ
  • ພິຈາລະນາຮັບຮອງເອົາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມການສ້າງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ
  • ລາຍງານຜົນການຕິດຕາມ ກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນຂົງເຂດວຽກງານວັດທະນະທໍາ-ສັງຄົມ
  • ການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບການອ່ວຍໜີ້ສາມແຈ ແລະ ອອກພັນທະບັດໂດຍກົງໄລຍະທີ 1 ວົງເງິນ 5.000 ຕື້ກີບ
  • ການຂໍພິຈາລະນາຍົກເວັ້ນພາສີ-ອາກອນ ສໍາລັບການນໍາເຂົ້າໜັງສືຜ່ານແດນ ສະຕິກເກີ ວີຊາ ແລະ ອຸປະກອນຕ່າງໆ ເພື່ອມາຮັບໃຊ້ໂຄງການໜັງສືຜ່ານແດນເອເລັກໂຕຣນິກ (E Passport) ຂອງກົງສູນກະຊວງການຕ່າງປະເທດ
  • ການສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງປີ 2016) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກົດໝາຍວ່າດ້ວຍລະບົບການຊໍາລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ກົດໝາຍວ່າດ້ວຍການກວດກາລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ
  • ລາຍງານຄວາມກຽມພ້ອມຂອງກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ
  • ລາຍງານຄວາມກຽມພ້ອມຂອງກົດໝາຍທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ມີ 02 ກົດໝາຍ ຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ)
  • ລາຍງານການເຄື່ອນໄຫວວຽກງານພົວພັນລັດຖະສະພາຫຼາຍຝ່າຍໃນໄລຍະ 05 ປີຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວວຽກງານລັດຖະສະພາໃນ 05 ປີຕໍ່ໜ້າ
  • ສະຫຼຸບຕີລາຄາການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນໄລຍະ 05 ປີ (2016-2020) ແລະ ທິດທາງແຜນການພົວພັນຮ່ວມມື ໃນ 05 ປີ ຕໍ່ໜ້າ (2021-2025)
  • ລາຍງານກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
  • ການສະເໜີແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງ ປະຈໍາຢູ່ສານປະຊາຊົນສູງສຸດ ແລະ ການຂໍອະນຸມັດສ້າງຕັ້ງອົງການໄອຍະການປະຊາຊົນເຂດ III ແຂວງສາລະວັນ
  • ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງກໍາມາທິການຍຸຕິທໍາສະພາແຫ່ງຊາດໃນໄລຍະຜ່ານມາ
  • ລາຍງານການຈັດຕັ້ງຜັນຂະຫຍາຍມະຕິ 037/ຄບສພ ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020
  • ພິຈາລະນາຄາຮ້ອງຂໍຄວາມເປັນທໍາ ຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງ.

error: Content is protected !!