ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊທານີ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວັນທີ 1 ກໍລະກົດ 2021 ວ່າ: ເມືອງໄຊທານີ ມີເນື້ອທີ່ແຜນການປູກເຂົ້ານາປີ 15.300 ເຮັກຕາ ມາຮອດປັດຈຸບັນ ສາມາດປະຕິບັດໄດ້ 12.546 ເຮັກຕາ ເທົ່າກັບ 82% ໃນນັ້ນ ມີນາດໍາ 3.114 ເຮັກຕາ ນາຫວ່ານ 9.410 ເຮັກຕາ ນາຢອດ 22 ເຮັກຕາ ພ້ອມນັ້ນ ໄຖກົບຕໍເຟືອງໄດ້ 11,457 ເຮັກຕາ ເທົ່າກັບ 75%.

ສ່ວນການປູກພືດ-ຜັກສະໜອງໃຫ້ກັບຜູ້ບໍລິໂພກ ກໍຄືຕະຫຼາດ ມີເນື້ອທີ່ແຜນການ 3.047 ເຮັກຕາ ປະຕິບັດໄດ້ 36 ເຮັກຕາ ເທົ່າກັບ 3,81% ສ່ວນການປູກພຶດອຸດສາຫະກໍາ ເນື້ອທີ່ແຜນການ 1.200 ເຮັກຕາ ປະຕິບັດໄດ້ 18 ເຮັກຕາ ເທົ່າກັບ 2,76% ໄມ້ໃຫ້ໝາກ ເນື້ອທີ່ແຜນການ 170 ເຮັກຕາ ປະຕິບັດໄດ້ 8 ເຮັກຕາ ເທົ່າກັບ 4,70% ປູກເຫັດ ແຜນການ 6 ເດືອນທ້າຍປີ 1.500.000 ເບົ້າ ປະຕິບັດໄດ້ 55.000 ເບົ້າ.

# ຂ່າວ & ພາບ: ຂັນທະວີ