ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ຄັ້ງທີ 4 ຈັດຂຶ້ນວັນທີ 1-2 ກໍລະກົດ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະຈຳພັກ ຄະນະນຳ ພະແນກການ ແລະ ຫ້ອງການທຽບເທົ່າ ນວ ເຂົ້າຮ່ວມຢ່າງພ້ອມພຽງ.



ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງອົງຄະນະພັກ ນວ ໃນໄລຍະ 6 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021 ລາຍງານ ແລະ ສະເໜີມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ ນວ ແລະ ແຜນວຽກງານປ້ອງກັນຊາຍແດນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ຮັບຟັງການລາຍງານກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຕິດພັນກັບກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານຂອງພັກຈໍານວນໜຶ່ງ ຮັບຟັງການລາຍງານ ແລະ ພິຈາລະນາກ່ຽວກັບຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດແຜນຜັງຕົວເມືອງວຽງຈັນ ສະບັບທີ III ແລະ ແຜນວຽກຈຸດສຸມໃນການວາງແຜນຜັງໃນຕໍ່ໜ້າ ນອກນີ້ ຍັງໃຫ້ທິດຊີ້ນໍາກັບວາລະແຫ່ງຊາດຕື່ມອີກ.
# ຂ່າວ & ພາບ: ຂັນທະວີ