ສຸມໃສ່ຈັດຕັ້ງປະຕິບັດໂຄງການຄຸ້ມຄອງການລົງທຶນຂອງລັດ

    ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະປະສານງານຮ່ວມ ຂອງໂຄງການປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ III (PIMPCAP 3rd JCC Meeting) ໃນວັນທີ 1 ກໍລະກົດ 2021 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ແລະ ທ່ານນາງ Toshio Nagase ຫົວໜ້າອົງການໄຈກາ ປະຈໍາລາວ ມີສະມາຊິກໃນຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຈາກ ກຜທ ກະຊວງການເງິນ ຊ່ຽວຊານປະຈໍາໂຄງການ ອົງການໄຈກາ ແລະ ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈໍາລາວ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຄວາມຄືບໜ້າ ຜົນສໍາເລັດ ສິ່ງທ້າທາຍ ແລະ ບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂ ໃນການຈັດຕັ້ງປະຕິບັດໂຄງການປັບປຸງການຄຸ້ມຄອງການລົງທຶນຂອງລັດ (PIMCAP) ໃນໄລຍະທີ 2 ທີ່ຜ່ານມາ (ນັບແຕ່ເດືອນມີຖຸນາ 2020 ຮອດເດືອນເມສາ 2021) ແລະ ວາງທິດທາງສໍາລັບການຈັດຕັ້ງປະຕິບັດໂຄງການໄລຍະທີ 3 ເຊິ່ງເປັນໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດໂຄງການ PIMCAP ແຕ່ເດືອນມີຖຸນາ 2021 ຮອດມີນາ 2022. ໃນກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ແລະ ໄດ້ຕົກລົງເຫັນດີຮັບຮອງເອົາບົດລາຍງານຄວາມຄືບໜ້າ ໄລຍະ 2 ແລະ ທິດທາງໄລຍະ 3 ທີ່ໄດ້ສະເໜີລາຍງານຕໍ່ກອງປະຊຸມຄັ້ງນີ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃນໄລຍະສຸດທ້າຍ ພ້ອມທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການ PIMCAP ໄດ້ຮັບຜົນສໍາເລັດຕາມຈຸດປະສົງ  ແລະ ຄາດໝາຍທີ່ວາງໄວ້.

​                                  # ຂ່າວ & ພາບ:  ສີພອນ ຈັນທະດາລາ

error: Content is protected !!