ເຂື່ອນໄຟຟ້ານ້ຳກົງ 1 ສຳເລັດການເປີດນຳໃຊ້ຈັກປັ່ນໄຟທັງ 2 ໜ່ວຍ

    ເຂື່ອນໄຟຟ້ານ້ຳກົງ 1 ໄດ້ສໍາເລັດການທົດລອງໃຊ້ຈັກປັ່ນໄຟໜ່ວຍທີ 2  ເປັນເວລາ 72 ຊົ່ວໂມງ ໃນວັນທີ 29 ມິຖຸນາ 2021 ພາຍຫຼັງໄດ້ສໍາເລັດການທົດລອງຈັກປັ່ນໄຟໜ່ວຍທຳອິດໃນໄລຍະເວລາເທົ່າກັນ ໃນວັນທີ 25 ມິຖຸນາ 2021 ປັດຈຸບັນ ຈັກປັ່ນໄຟທັງ 2 ໜ່ວຍ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ເຊິ່ງກົງກັບວັນຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ແລະ ກໍແມ່ນປີແຫ່ງມິດຕະພາບລະຫວ່າງລາວ-ຈີນ.

    ໂຄງການໄຟຟ້າພະລັງນໍ້າ BOOT ທີ 3 ເຊິ່ງແມ່ນການລົງທືນ ແລະ ກໍ່ສ້າງໂດຍບໍລິສັດພະລັງງານໄຟຟ້າຈີນສານເຊ່ຍ (Three Gorges Corporation China) ໂຄງການເຂື່ອນໄຟຟ້ານໍ້າກົງ 1 ແມ່ນມີຂໍ້ລິເລີ່ມຈາກ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງໝາກຜົນທີ່ໄດ້ຮັບ ກໍແມ່ນການຮ່ວມມືທີ່ມີປະສິດທິຜົນລະຫວ່າງລາວ-ຈີນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ການກໍ່ສ້າງໂຄງການດັ່ງກ່າວ ຈະຊ່ວຍສ້າງ ແລະ ປັບປຸງອຸດສາຫະກຳພະລັງງານໄຟຟ້ານ້ຳຕົກຂອງຈີນ ໃນການກ້າວສູ່ຕະຫຼາດໂລກ ແລະ ຍັງຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍຍຸດທະສາດທີ່ວ່າ “ປະເທດລາວເປັນໝໍ້​ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້”.

    ເຂື່ອນໄຟຟ້ານ້ຳກົງ 1 ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນວັນທີ 31 ຕຸລາ 2017 ມີກຳລັງຕິດຕັ້ງ 160 ເມກາວັດ ມີກໍາລັງການຜະລິດທັງໝົດ 6,510 ລ້ານແມັດກ້ອນ ແລະ ກໍາລັງຜະລິດໄຟຟ້າສະເລ່ຍໃນຫຼາຍປີ 6,330 ລ້ານກິ​ໂລ​ວັດ​ໂມງ ພາຍຫຼັງຈາກສ້າງສຳເລັດແລ້ວ ຈະສາມາດປັບປຸງຊ່ອງຫວ່າງໄຟຟ້າໃນທ້ອງຖິ່ນຢ່າງຫຼວງຫຼາຍ ແລະ ສົ່ງເສີມຄວາມສະຖຽນລະພາບຂອງຕາຂ່າຍໄຟຟ້າພາກໃຕ້ ພ້ອມທັງຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ ປັບປຸງລະດັບຊີວິດການເປັນຢູ່ຂອງປະຊາຊົນ ພັດທະນາສີມືຂອງທີມງານກໍ່ສ້າງ ແລະ ການປະຕິບັດວຽກງານສະຖານີໄຟຟ້າທີ່ມີຄຸນນະພາບສູງໃຫ້ແກ່ປະເທດລາວ.

          ພາຍຫຼັງທີ່ຈັກປັ່ນໄຟທັງ 2 ໜ່ວຍໄດ້ເລີ່ມປະຕິບັດງານ ຜູ້ກໍ່ສ້າງສະຖານີເຂື່ອນໄຟຟ້ານ້ຳກົງ 1 ຈະຈັດລະບົບອຸປະກອນຂອງພວກເຂົາຂຶ້ນໃໝ່ ແລະ ດຳເນີນການອີກຄັ້ງ ດ້ວຍຄວາມເອົາໃຈໃສ່ ແກ້ໄຂຂໍ້ບົກຜ່ອງ ແລະ ດຳເນີນການຕິດຕາມຢ່າງເຂັ້ມງວດ ເພື່ອໃຫ້ສະຖານີເຂື່ອນໄຟຟ້ານ້ຳກົງ 1 ເປັນເຂື່ອນໄຟຟ້າທີ່ມີມາດຕະຖານສູງ ແລະ ມີຄຸນນະພາບສູງ ເພື່ອສ້າງຜົນປະໂຫຍດ ແລະ ເປັນໂຄງການມິດຕະພາບຂອງລັດຖະບານ ແລະ ປະຊາຊົນລາວ-ຈີນ.

    ສໍາລັບສະຖານີພະລັງງານເຂື່ອນໄຟຟ້ານ້ຳກົງ 1 ແມ່ນຕັ້ງຢູ່ໃນແຂວງອັດຕະປື ພາກໃຕ້ຂອງປະເທດລາວ ເຊິ່ງມີສາຍນ້ຳກົງໄຫຼຜ່ານ ມີຊາຍແດນຕິດກັບປະເທດຫວຽດນາມ ແລະ ປະເທດກຳປູເຈຍ ເປົ້າໝາຍຫຼັກຂອງການກໍ່ສ້າງເຂື່ອນແມ່ນການຜະລິດໄຟຟ້າ ການຄວບຄຸມນໍ້າຖ້ວມຊົນລະປະທານ ການທ່ອງທ່ຽວ ແລະ ອື່ນໆ ໂດຍສະຖານທີ່ກໍ່ສ້າງເຂື່ອນແມ່ນຫ່າງຈາກເທດສະບານແຂວງອັດຕະປືປະມານ 55 ກິໂລແມັດ ແລະ ຫ່າງຈາກນະຄອນ ຫຼວງວຽງຈັນປະມານ 960 ກິໂລແມັດ.

​                                  # ຂ່າວ & ພາບ:  ໄຊບັນດິດ

error: Content is protected !!