ຮ່ວມມືກັນສົ່ງເສີມການຮຽນຮູ້ວິຊາການດ້ານກະສິກໍາ

    ໂຄງການ SAMURAI ໃນນາມບໍລິສັດ ຈີພີ ລາວ ປາກເຊ ຈໍາກັດຜູ້ດຽວ ເປັນໂຄງການທີ່ສົ່ງເສີມປະຊາຊົນຜະລິດກາເຟເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ນອກຈາກການສົ່ງເສີມປະຊາຊົນໃນການຜະລິດກາເຟແລ້ວ ໂຄງການຍັງເຫັນຄວາມສໍາຄັນຂອງວຽກງານພັດທະນາຊັບພະຍາກອນມະນຸດທາງດ້ານກະສິກໍາເຊິ່ງໂຄງການດັ່ງກ່າວ ໄດ້ຕົກລົງເຫັນດີໃນການຮ່ວມມືກັນກັບວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ໃນການສົ່ງເສີມການຮຽນຮູ້ວິຊາການດ້ານກະສິກໍາໃຫ້ແກ່ຄູອາຈານ ແລະ ນັກສຶກສາ ໂດຍສະເພາະການຮ່ວມມື ດ້ານການສົ່ງເສີມການກ້າເບ້ຍ ການສົ່ງເສີມການປູກໄມ້ເສດຖະກິດ ການຄົ້ນຄ້ວາວິໄຈດິນ ການສ້າງວຽກເຮັດງານທໍາ ແລະ ການໃຫ້ຄໍາແນະນໍາເຖິງວິທີການສ້າງແຮງຈູງໃຈໃຫ້ນັກສຶກສາເຂົ້າມາຮຽນທີ່ວິທະຍາໄລໃນສາຂາຕ່າງໆ ໂດຍສະເພາະແມ່ນສາຂາວິທະຍາສາດດິນໃຫ້ຫຼາຍຂື້ນ.

    ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລກະສິກໍາ ແລະ ປ່າໄມ້ຈຳປາສັກ ແລະ ໂຄງການ SAMURAI ບໍລິສັດ ຈີພີ ລາວ ປາກເຊ ຈໍາກັດຜູ້ດຽວ ຈັດຂື້ນວັນທີ 28 ມີຖຸນາ 2021 ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ ໂດຍທ່ານ ຕາເກະມຸລະ ກາຊູອາກິ ປະທານໂຄງການຊາມຸໄລ ແລະ ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອຳນວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ໂດຍການເຂົ້າຮ່ວມ ຂອງທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ.

# ຂ່າວ & ພາບ:  ໄຊບັນດິດ

error: Content is protected !!