ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາ

    ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມິຖຸນາ ຈັດຂຶ້ນວັນທີ 1-2 ກໍລະກົດ 2021 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ6) ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ຈຸດປະສົງການຈັດກອງປະຊຸມຄັງນີ້ ເພື່ອຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ເພື່ອກໍານົດແບ່ງວຽກງານໃຫ້ແຕ່ລະພາກສ່ວນຕ່າງໆໃນການຮັບໃຊ້ ແລະ ສ້າງສິ່ງອໍານວຍຄວາມສະດວກຮອບດ້ານໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຮັບປະກັນຄຸນນະພາບ ແລະ ພິຈາລະນາ ຕົກລົງບັນຫາພື້ນຖານສໍາຄັນຂອງປະເທດຊາດ ຕາມສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດໃຫ້ມີປະສິດທິຜົນ.

​                                  # ຂ່າວ & ພາບ:  ຂັນທະວີ

error: Content is protected !!