ວັນທີ 1 ກໍລະກົດ 2021 ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທະລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິ-19 ຖະແຫຼງຂ່າວວ່າ: ວັນທີ 30 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.498 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 23 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 2 (ກໍລະນີນໍາເຂົ້າ)ສະຫວັນນະເຂດ 7 ຄົນ (ກໍລະນີນໍາເຂົ້າ) ຈຳປາສັກ 7 ຄົນ (ກໍລະນີນໍາເຂົ້າ) ແຂວງວຽງຈັນ 3 ຄົນ (ຕິດເຊື້ອໃນຊຸມຊົນ) ແລະ ແຂວງຄໍາມ່ວນ 4 ຄົນ ປັດຈຸບັນມີຜູ້ຕິດເຊື້ອສະສົມ 2.144 ຄົນ ປິ່ນປົວຫາຍດີ 1.970 ຄົນ (ໃໝ່ 3 ຄົນ) ແລະ ຍັງປິ່ນປົວທົ່ວປະເທດ 171 ຄົນ.
# ຂ່າວ & ພາບ: ວຽງມາ