​ທູດຣັດເຊຍ ຢ້ຽມຢາມ​ໂຄງການພັດທະນາທ່າບົກທ່ານາແລ້ງ

   ວັນທີ 29 ມິຖຸນາ 2021 ທ່ານ Vladimir A.KALININ ​ເອກ​ອັກຄະ​ລັດຖະທູດ​ສະຫະພັນຣັດ​ເຊຍ​ປະຈຳ ສປປ ລາວ ພ້ອມ​ດ້ວຍ​ຄະນະ ໄດ້​ໄປ​ຢ້ຽມຢາມໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຖືກຕ້ອນຮັບ ​ແລະ ຮັບ​ຟັງ​ການ​ລາຍງານ​ການຈັດ​ຕັ້ງ​ປະຕິ​ບັດ​ໂຄງການໂດຍທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ອະດີດ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ປະທານ​ກຳມະການ​ຍຸດ​ທະ​ສາດ ​ແລະ ການວາງ​ແຜນບໍລິສັດ ​ພີ​ທີ​ແອວ​ໂຣນດິ້ງ ຈຳກັດ ທ່ານ ສີ​ລາ ວຽງ​ແກ້ວ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ທີ່​ປຶກສາ​ອາວຸ​ໂສ​ບໍລິສັດວຽງ​ຈັນ​ໂລ​ຈິສຕິ​ກພາກ ຈຳກັດ ພ້ອມ​ດ້ວຍ​ດ້ວຍ​ຄະນະ.

    ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຖືເປັນໂຄງການການລົງທຶນພັດທະນາຂະໜາດໃຫຍ່ ທີ່ນອນຢູ່ໃນໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຖະບານລາວ ໂຄງການນີ້ ແມ່ນໜຶ່ງໂຄງການບູລິມະສິດຂອງຍຸດທະສາດພັດທະນາໂລຈິສຕິກແຫ່ງຊາດປີ 2016-2025 ໂດຍເປັນການຜັນຂະຫຍາຍດຳລັດຂອງລັດຖະບານ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດການພັດທະນາໂລຈິສຕິກຂົນສົ່ງສິນຄ້າຂອງລາວ ເຊິ່ງໂຄງການ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ປັດຈຸບັນ ກຳລັງກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ ອາຄານ ປະຕູໂຂງ ແລະ ອື່ນໆ.

# ຂ່າວ – ພາບ: ສົມສະຫວັນ

error: Content is protected !!