ໃນໄລຍະຂອງການປິດຮຽນຊົ່ວຄາວຄັ້ງທີ 2 ທາງໂຮງຮຽນ ມສ ວຽງຈັນ ໄດ້ມີການຈັດຕັ້ງການຮຽນການ-ສອນໂດຍຜ່ານຫຼາຍທາງເຊັ່ນ: ການສົ່ງບົດຮຽນທາງ WhatsApp zoom messenger room ແລະ ອັດວິດີໂອລົງເພຈໂຮງຮຽນ ແລະ ສົ່ງໃຫ້ນັກຮຽນຄົ້ນຄວ້າຢູ່ເຮືອນ ແລະ ຄຳຖາມເພື່ອປະເມີນການຮຽນຂອງນັກຮຽນ.
ທ່ານ ນາງ ມິນີວອນ ພະໄຊຍະວົງ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ໃຫ້ສຳພາດເມື່ອອາທິດ ຜ່ານມາວ່າ: ຈໍານວນນັກຮຽນຫ້ອງ ມ1 ມີ 430 ຄົນ ຍິງ 250 ມ2 388 ຄົນ ຍິງ 219 ມ3 431 ຄົນ ຍິງ 251 ຄົນ ມ5 ມີ 601 ຄົນ ຍິງ 319 ຄົນ ມ6 537 ຄົນ ຍິງ 317 ຄົນ ການຈັດຕັ້ງການສອບເສັງເລື່ອນຊັ້ນ ມ1 ມ2 ມ3 ມ5 ແລະ ມ6 ເຊິ່ງກ່ອນ ການສອບເສັງ ໄດ້ມີການກະກຽມການສອບເສັງທາງອອນລາຍ ໂດຍການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະໜ່ວຍງານໄດ້ສະເລ່ຍຄະແນນອອກມາເປັນລາຍວິຊາ ຖ້ານ້ອງນັກຮຽນຄົນໃດຄະແນນຫຼຸດ 5 ແມ່ນໄດ້ເສັງຄືນຕາມລາຍວິຊານັ້ນເຊິ່ງມີຈຳນວນນັກ ຮຽນທີ່ຈະຕ້ອງເສັງຄືນທັງໝົດ 859 ເທື່່ືອຄົນ.

ການຈັດຕັ້ງການສອບເສັງເລື່ອນຊັ້ນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 21-24 ມິຖຸນາ 2021 ຜ່ານມາ ໄດ້ແບ່ງຄູອອກເປັນ 3 ທີມ ທີມທີ 1 ແມ່ນເຮັດຫົວບົດສອບເສັງ ທີມທີ 2 ແມ່ນເອົາຫົວບົດສອບເສັງເຂົ້າ google form ແລະ ທີມທີ 3 ແມ່ນຄູຍາມຫ້ອງສອບເສັງອອນລາຍ (ສໍາລັບຄູຍາມຫ້ອງສອບແມ່ນໄດ້ເອົາເບີວອດແອັບຂອງນັກຮຽນ ຫຼື ຂອງຜູ້ປົກຄອງມາຕັ້ງເປັນກຸ່ມວອດແອັບຂອງຫ້ອງຕາມລາຍວິຊາທີ່ຕົກ) ພ້ອມສົ່ງລິ້ງເພື່ອສົ່ງຫົວບົດສອບເສັງໃຫ້ຄູຍາມຫ້ອງເສັງ ສ້າງວິດີໂອສາທິດໃນການເຂົ້າລິ້ງສອບເສັງ ແລະ ສ້າງລິ້ງທົດສອບກ່ອນສອບເສັງໂຕຈິງ ກວດກາລາຍຊື່ການລົງທະບຽນຂອງນັກຮຽນທາງອອນລາຍ.
ຄູຍາມຈະໃຫ້ນັກຮຽນສະເໜີໂຕກ່ອນການສອບເສັງປະມານ 20 ນາທີ ໜ່ວຍງານໄອທີຈະເປັນຜູ້ສົ່ງລີ້ງບົດສອບເສັງໃຫ້ຄູຍາມ ແລ້ວຄູຍາມຈະເປັນຜູ້ສົ່ງຕໍ່ໃຫ້ນັກຮຽນ ພ້ອມທັງຕິດຕາມການສອບເສັງຂອງນັກຮຽນ ເມື່ອນັກຮຽນມີບັນຫາໃນເວລາການສອບເສັງ ຄູດູແລຫ້ອງສອບເສັງໄດ້ໂທຫານັກຮຽນທັນທີ ພ້ອມທັງແນະນໍາຂັ້ນຕອນສອບເສັງ ກໍລະນີນັກຮຽນບໍ່ສາມາດເຂົ້າລິ້ງໄດ້ ຄູສົ່ງຫົວບົດສອບເສັງເປັນຟາຍຮູບໃຫ້ນັກຮຽນສ່ວນຕົວ ແລະ ໄດ້ຕິດຕາມນັກຮຽນຢ່າງໃກ້ຊິດ ເຊິ່ງຜົນການສອບ ເສັງເລື່ອນຊັ້ນໃນສົກຮຽນນີ້ ນັກຮຽນສາມາດສອບເສັງຜ່ານໄດ້ 100%.
# ຂ່າວ & ພາບ: ບຸນມີ