ປະເທດຄູ່ຮ່ວມພັດທະນາ ສະໜອງທຶນເກືອບ 13 ລ້ານໂດລາ ເພື່ອປັບປຸງສະພາບການລວມຂອງອ່າງແມ່ນ້ໍາຂອງ

    ພິທີເຊັນສັນຍາລະຫວ່າງປະເທດອົດສະຕຣາລີ ເຢຍລະມັນ ແລະ ສະວິດ ເພື່ອໃຫ້ການຊ່ວຍເຫຼືອມູນຄ່າເກືອບ 13 ລ້ານໂດລາສະຫະລັດ ໃຫ້ຄະນະກໍາມະທິການແມ່ນໍ້າຂອງສາກົນ (ຄມສ) ເພື່ອປັບປຸງສະພາບການລວມຂອງອ່າງແມ່ນ້ໍາຂອງ ເພື່ອຊ່ວຍປະເທດກໍາປູເຈຍ ສປປ ລາວ ປະເທດໄທ ແລະ ປະເທດຫວຽດນາມ ຕອບໂຕ້ກັບບັນຫາທ້າທາຍ ພ້ອມທັງປົກປ້ອງລະບົບນິເວດຂອງແມ່ນໍ້າຂອງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຈັດຂຶ້ນວັນທີ 24 ມິຖຸນາ 2021 ທີ່ສໍານັກງານ ຄມສ ນະຄອນຫຼວງວຽງຈັນ ຮ່ວມລົງນາມມອບ-ຮັບມີ ທ່ານ ພໍ ເຄວລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ທ່ານ ເຈັນ ລຸດເກນເຮີມ ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ທ່ານ ຊ໋ອງຟຣອງຊົວ ກູເອໂນ ຫົວໜ້າອົງການເພື່ອການພັດທະນາ ແລະ ການຮ່ວມມືປະເທດສະວິດ ປະຈໍາພາກພື້ນ ແລະ ທ່ານ ດຣ ອັນ ພິສ ຮັນດາ ຫົວໜ້າກອງເລຂາ ຄມສ ມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ສັນຍາໃຫ້ທຶນຄັ້ງນີ້ ປະເທດອົດສະຕຣາລີ ຊ່ວຍເຫຼືອມູນຄ່າ 5,1 ລ້ານໂດລາອົດສະຕຣາລີ (ປະມານ 3,8 ລ້ານໂດລາ ສະຫະລັດ) ສະໜັບສະໜູນໃໝ່ ໄລຍະ 5 ປີ ແຕ່ປີ 2021 ເຖິງປີ 2025 ປະເທດເຢຍລະມັນ 3 ລ້ານຢູໂຣ (ປະມານ 3,55 ລ້ານໂດລາສະຫະລັດ) ໃນໄລຍະ 3 ປີ ເລີ່ມຈາກປີ 2022 ເຊິ່ງ ໃນນັ້ນ 1,2 ລ້ານໂດລາສະຫະລັດ ແມ່ນຈັດສັນໃຫ້ກົນໄກສະໜອງທຶນ ຂອງ ຄມສ ແລະ ສ່ວນທີ່ເຫຼືອ ແມ່ນໄດ້ຈັດສັນໃຫ້ແຜນງານຮ່ວມມື ຄມສ-ຈີໄອແຊັດ ສໍາລັບການຊ່ວຍເຫຼືອທາງດ້ານວິຊາການ ແລະ ອົງການເພື່ອການພັດທະນາ ແລະ ການຮ່ວມມືປະເທດສະວິດ ປະຈໍາພາກພື້ນ ສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດ ຄມສ ສະບັບໃໝ່ ມູນຄ່າ 5,3 ລ້ານໂດລາສະຫະລັດ ໄລຍະເວລາ 5 ປີ.

   # ຂ່າວ & ພາບ: ວຽງມາ

error: Content is protected !!