ສະມາຄົມນັກທຸລະກິດແມ່ຍິງ ຮ່ວມກັບອາຣີຟາສ ຈັດເຝິກອົບຮົມເຜີຍແຜ່ເອກະສານ ລະບົບໃຫ້ຄ່າປຶກສາດ້ານການຄ້າສິນຄ້າ ການຄ້າດ້ານບໍລິການ ການລົງທຶນຂອງອາຊຽນ ແລະ ສູນຂໍ້ມູນດ້ານການຄ້າອາຊຽນ ( ATR – ASSIST) ວັນທີ 23 ມິຖຸນາ 2021 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ມີທ່ານ ນາງ ສູພາພອນ ຖາວອນສຸກ ຜູ້ບໍລິຫານໂຄງການການຄ້າ ແລະ ພາກເອກະຊົນ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພາບເອີຣົບປະຈໍາລາວ ແລະ ຜູ້ປະກອບການທຸລະກິດຍິງເຂົ້າຮ່ວມ.

ທ່ານ ນາງ ຈັນທະສອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ກ່າວວ່າ: ການເຜີຍແຜ່ຄັ້ງນີ້ ເພື່ອໃຫ້ຜູ້ ເຂົ້າຮ່ວມໄດ້ຮັບຮູ້ ແລະ ແລກປ່ຽນບົດຮຽນນໍາກັນ ສ້າງຄວາມເຂົ້າໃຈແຈ້ງຕໍ່ກັບການປຶກສາຫາລືຜ່ານລະບົບອອນລາຍ ເຊິ່ງເປັນສິ່ງສໍາຄັນ ແລະ ສາມາດຊ່ວຍນັກທຸລະກິດຂອງບັນດາປະເທດໃນຂອບເຂດອາຊຽນ ໄດ້ກ້າວຂ້າມສິ່ງຂີດຂວາງໄດ້ ແລະ ສາມາດດໍາເນີນທຸລະກິດຕາມແບບວິຖີວິດແບບໃໝ່ໃນຍຸກປັດຈຸບັນ.
# ຂ່າວ & ພາບ: ຂັນທະວີ