ອຳນາດການປົກຄອງແຂວງຫູໜານ ສປ ຈີນ ໄດ້ສົ່ງເຄື່ອງຊ່ວຍເຫຼືອໃຫ້ແກ່ນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນອຸປະກອນການແພດເພື່ອຮັບໃຊ້ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຢ່າງຮີບດ່ວນ ປະກອບມີ ຜ້າປິດປາກນຳໃຊ້ໃນການແພດ 100.000 ແຜ່ນ ຜ້າປິດປາກ N95 ຈໍານວນ 10.000 ແຜ່ນ ຊຸດປ້ອງກັນການຕິດເຊື້ອ 16.000 ຊຸດ ເຄື່ອງກວດຫາເຊື້ອໂຄວິດ-19 ຈຳນວນ 3.000 ຊຸດ ຢາ Chloroquine phosphate ຈໍານວນ 10 ແກ້ວ ຢາ Arbidol ຈໍານວນ 500 ກັບ ມູນຄ່າທັງໝົດ 221,400 ຢວນ (27.846 ໂດລາສະຫາລັດ) ປະມານ 263 ລ້ານກວ່າກີບ.

ວັນທີ 24 ມິຖຸນາ 2021 ອົງການປົກຄອງ ນວ ໄດ້ມີພິທີຮັບເອົາເຄື່ອງຈຳນວນດັ່ງກ່າວ ຕາງໜ້າຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະ.



# ຂ່າວ & ພາບ: ອົ່ນ ໄຟສົມທອງ