ວັນທີ 24 ມິຖຸນາ 2021 ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທະລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ຖະແຫຼງວ່າ: ວັນທີ 23 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງຫມົດ 1.574 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 4 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 3 ຄົນ (ຕິດເຊື້ອໃນຊຸມຊົນ) ແລະ ສະຫວັນນະເຂດ 1 ຄົນ ແຮງງານລາວ (ນໍາເຂົ້າ).

ສັງລວມທັງໝົດແລ້ວ ມາຮອດປັດຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 2.080 ຄົນ ໃນນັ້ນເສຍຊີວິດສະສົມ 3 ຄົນ ສ່ວນການປິ່ນປົວຫາຍດີນັ້ນ ມີ 1.962 ກໍລະນີ ເຊິ່ງວັນນີ້ປິ່ນປົວຫາຍດີໃໝ່ 2 ຄົນ ແລະ ກຳລັງປິ່ນປົວຢູ່ 115 ກໍລະນີ.

# ຂ່າວ & ພາບ: ລັດເວລາ