ໂດຍອີງຕາມຊີ້ນຳຂອງທ່ານເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນຄອນຫຼວງວຽງຈັນ ກ່ຽວກັບການນຳໃຊ້ກຳລັງຊາວໜຸ່ມເຂົ້າຊ່ວຍພະນັກງານແພດ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງປະຊາຊົນທີ່ເຂົ້າຮັບວັກຊິນ ດັງນັ້ນ ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງໄຊທານີ ຈຶ່ງໄດ້ປຸກລະດົມກຳລັງອາສາສະໝັກຊາວໜຸ່ມ ພະນັກງານ ທະຫານ ຕຳຫຼວດ ທີ່ຂຶ້ນກັບເມືອງ ຮ່ວມປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ເລີ່ມແຕ່ວັນທີ 15-25 ມິຖຸນາ 2021.
ທ່ານ ສີສຸວັນ ພັນທະລັງສີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊທານີ ໃຫ້ຮູ້ບໍ່ດົນມານີ້ວ່າ ເມືອງໄຊທານີມີ 164 ບ້ານ ໄດ້ກຳນົດຈຸດສັກຢາວັກຊິນເປັນ 7 ຈຸດຄື ໂຮງໝໍເມືອງ ສະໂມສອນເມືອງ ໂຮງໝໍນ້ອຍໂຄກສີວິໄລ ມສ ຕານມີໄຊ ໂຮງໝໍນ້ອນນາສາລາ ໂຮງໝໍນ້ອຍນາໂງມໃໝ່ ແລະ ໂຮງໝໍນ້ອຍຫາດກ້ຽງ ເຊິ່ງໄດ້ປະກອບກຳລັງຊາວໜຸ່ມພະນັກງານ ຊາວໜຸ່ມນັກຮຽນ ເຂົ້າຊ່ວຍທີມງານແພດໝໍ ໃນການບໍລິການປະຊາຊົນທີ່ມາຮັບວັກຊິນຈຳນວນ 28 ທ່ານ ຍິງ 14 ທ່ານ ເຊິ່ງກຳລັງຊາວໜຸ່ມເຫຼົ່ານີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານການປະຊາສຳພັນ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ແນະນຳໃຫ້ປະຊາຊົນປະຕິບັດມາດຕະການຮັກສາໄລຍະຫ່າງ ແຈກຢາຍເອກະສານ ບັດຄິວ ຈົດກ່າຍຂໍ້ມູນຂອງປະຊາຊົນທີ່ມາຮັບວັກຊິນ ຂຽນຂໍ້ມູນໃສ່ບັດສັກຢາ ແລະ ອື່ນໆຕາມການແນະນຳຂອງຜູ້ຊີ້ນຳໃນຈຸດສັກຢາ.


ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານເຊັ່ນ ຂໍ້ສະດວກຍ້ອນມີຜູ້ຊີ້ນຳປະຈຳຢູ່ຈຸດສັກຢາ ໄດ້ບັນຊາຢ່າງໃກ້ຊິດ ມີການວາງແຜນລະອຽດ ແຕ່ລະວັນມີການຖອດຖອນບົດຮຽນ ບ່ອນເຄື່ອນໄຫວວຽກກໍມີຄວາມສະດວກ ການປະສານສົມທົບກັບພະນັກງານແພດກໍເປັນກັນເອງ ສ່ວນຂໍ້ຫຍຸ້ງຍາກກໍຍັງພົບເຫັນຫຼາຍ ເປັນຕົ້ນແມ່ນ ພໍ່-ແມ່ປະຊາຊົນຈຳນວນໜຶ່ງຍັງບໍ່ເຂົ້າໃຈໃນການຂຽນໍ້ຂໍ້ມູນໃສ່ແບບຟອມຢ່າງຄົບຖ້ວນ ເຮັດໃຫ້ມີການຊັກຊ້າ ແລະ ຈຳນວນໜຶ່ງບໍ່ປະຕິບັດຕາມການແນະນຳ ມີການຍາດຄິວກັນ ບໍ່ໄປຕາມລຳດັບ ການປະຕິບັດມາດຕະການຮັກສາໄລຍະຫ່າງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ການສະໜອງເອກະສານຕ່າງໆ ບາງຄັ້ງຍັງຊັກຊ້າ ແລະ ອື່ນໆ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ