ວັນທີ 23 ມິຖຸນາ 2021 ຢູ່ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ຈັດກອງປະຊຸມສົນທະນາກ່ຽວກັບວັກຊິນ ແລະ ການໃຫ້ວັກຊິນໃນ ສປປ ລາວ ເປັນກຽດເຂົ້າຮ່ວມມີທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ທ່ານ ນາງ Beate Dastel ຈາກອົງການອຸຍນີເຊັບປະຈຳ ສປປ ລາວ ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີມະຫາວິທະຍາ ໄລວິທະຍາສາດສຸຂະພາບ ທ່ານ ຫວັງນະຄອນ ດິດຕະພົງ ຮອງຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມ ຜູ້ຕາງໜ້າຈາກອົງການອະນາໄມໂລກ ແລະ ບັນດາສື່ມວນຊົນຈາກຂະແໜງຕ່າງໆເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ເປັນໂອກາດທີ່ດີສຳລັບສື່ມວນຊົນ ທີ່ຈະໄດ້ພ້ອມກັນສົນທະນາ ເຈາະຈີ້ມບັນຫາ ແລກປ່ຽນຂໍ້ມູນແບບເປີດກ້ວາງ ແລະ ໂປ່ງໃສ ກ່ຽວກັບການແຈກຢາຍວັກຊິນ ກໍຄືການແຈ້ງຄວາມຄືບໜ້າຂອງການບໍລິການວັກຊິນໃນ ສປປ ລາວ ກັບຜູ້ຊ່ຽວຊານໃນຫຼາຍຫົວຂໍ້ສຳຄັນຄື: ການແຈກຢາຍວັກຊິນກັນພະຍາດໂຄວິດ-19 ຄວາມເຊື່ອໝັ້ນໃນຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນ ບົດບາດຂອງ ສື່ມວນຊົນໃນການເພີ່ມທະວີການຍອມຮັບການສັກຢາປ້ອງກັນພະຍາດຂອງມວນຊົນ ຄາດຄະເນຜົນໄດ້ຮັບ ສື່ມວນຊົນຈະມີຄວາມເຂົ້າໃຈແຈ້ງກ່ຽວກັບການໃຫ້ວັກຊິນຂອງລັດຖະບານ ລວມທັງບໍລິຫານຈັດການ ກ່ຽວກັບວັກຊີນ ແລະ ສື່ມວນຊົນຈະໄດ້ນຳເອົາຂໍ້ມູນທີ່ສຳຄັນໄປເຜີຍແຜ່ເຊັ່ນ: ເພີ່ມທະວີການເຂົ້າເຖິງການ ສັກຢາປ້ອງກັນພະຍາດໂຄວິດ-19 ທົ່ວ ສປປ ລາວ ສ້າງຄວາມໄວ້ວາງໃຈໃນຄວາມປອດໄພ ແລະ ປະ ສິດທິຜົນຂອງການສັກຢາປ້ອງກັນ ແລກປ່ຽນຂ່າວສານການສັກຢາກັນພະຍາດຢູ່ ສປປ ລາວ ໃຫ້ທັນເວລາ ແລະ ຖືກຕ້ອງ ແກ້ໄຂບັນດາຂໍ້ມູນທີ່ບໍ່ຖືກຕ້ອງ ໂດຍການຕອບສະໜອງການເຊື່ອມຕໍ່ ຫຼື ການອ້າງອີງເຖິງແຫຼ່ງຂໍ້ມູນທີ່ແທ້ຈິງ ແລະ ເນັ້ນໜັກໃສ່ການປະຕິບັດພຶດຕິກຳທີ່ເໝາະສົມໃນການປ້ອງກັນພະຍາດໂຄວິດ-19.

# ຂ່າວ & ພາບ: ຊິລິການດາ