ສ ເກົາຫຼີ ຊ່ວຍເຫຼືອເຂົ້າ 1.320 ໂຕນ ເຂົ້າຄັງສໍາຮອງສຸກເສີນ

    ລັດຖະບານສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ມອບເຂົ້າສານຈ້າວໃຫ້ແກ່ລັດຖະບານລາວ ໂດຍຜ່ານອົງການອາຫານໂລກປະຈໍາລາວ ການຊ່ວຍເຫຼືອຄັ້ງນີ້ ມີເຂົ້າສານຈ້າວ 33.000 ຖົງ ເທົ່າກັບ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ເຊິ່ງອົງການອາຫານໂລກຈະໄດ້ນໍາໃຊ້ເຂົ້າຈໍານວນໜຶ່ງຈາກການຊ່ວຍເຫຼືອຄັ້ງນີ້ ເປັນຄັງເຂົ້າສໍາຮອງລວມຂັ້ນສູນກາງ ແລະ ນຳໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດທີ່ເກີດຂຶ້ນໄລຍະຜ່ານມາ ໂດຍເຮັດວຽກຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນກໍລະນີທີ່ເກີດມີໄພພິບັດທາງທຳມະຊາດ ເຂົ້າສໍາຮອງເຫຼົ່ານີ້ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ອີງຕາມການສະເໜີຂໍຄວາມຊ່ວຍເຫຼືອຈາກລັດຖະບານ ເພື່ອຮັບປະກັນໃນການຕອບສະໜອງຄວາມຕ້ອງການການຊ່ວຍເຫຼືອຂອງປະຊາຊົນ. 

    ພິທີຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 23 ມິຖຸນາ 2021 ທີ່ສາງຂອງອົງການອາຫານໂລກປະຈຳລາວ ນະຄອນຫຼວງວຽຈັນ ມອບໂດຍທ່ານ ມູຮົງ ອິມ ເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈຳລາວ ກ່າວຮັບໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ຮສສ ມີທ່ານ ຢານ ເດລບາເຣ ຜູ້ອຳນວຍການອົງການອາຫານໂລກປະຈຳລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

.

   # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!