ທ່ານ ໜູແດງ ຈັນທະຜາສຸກ ຫົວໜ້າພະແນກການຄ້າ-ການຕະຫຼາດຂອງການບິນລາວ ໃຫ້ສໍາພາດວັນທີ 23 ມິຖຸນາ 2021 ທີ່ຫ້ອງການບິນລາວ ບ້ານຊຽງຍືນ ເມືອງຈັນທະບູລີວ່າ: ລັດວິສາຫະກິດລາວຈະເລີ່ມໃຫ້ບໍລິການສາຍການບິນພາຍໃນວັນທີ 25 ມິຖຸນາ ເພື່ອປ້ອງກັນບໍ່ໃຫ້ມີການລະບາດພະຍາດໂຄວິດ-19 ຈາກການເດີນທາງ ລັດວິສາຫະກິດການບິນລາວໄດ້ກໍານົດມາດຖານ ພາຍໃຕ້ຂອບການຊີ້ນໍາຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ເຊິ່ງຜູ້ໂດຍສານທີ່ຈະເດີນທາງ ຕ້ອງໄດ້ສະແດງຫຼັກຖານການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ ຫຼື ມີໃບອະນຸຍາດເດີນທາງຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ຫຼື ຂັ້ນແຂວງໃນເວລາຈອງປີ້ເຮືອບິນ ແລະ ກ່ອນການເດີນທາງ ຕ້ອງໄດ້ຮັບການວັດແທກອຸນຫະພູມ ລ້າງມືດ້ວຍສະບູ ຫຼື ເຈວລ້າງມືກ່ອນເຂົ້າໃຊ້ບໍລິການທຸກຖ້ຽວບິນ ໃສ່ຜ້າອັດປາກ-ອັດດັງ ຫຼື ໜ້າກາກ ຕະຫຼອດການເດີນທາງ ແລະ ເຂດອາຄານຜູ້ໂດຍສານຢ່າງເຂັ້ມງວດ ພ້ອມກັນນັ້ນ ຕ້ອງຮັກສາໄລຍະຫ່າງໃນສະຖານທີ່ແຈ້ງປີ້ ແລະ ເວລາຂຶ້ນເຮືອບິນ ນອກນີ້ພາຍໃນເຮືອບິນຈະບໍ່ມີການບໍລິການອາຫານຢູ່ເທິງເຮືອບິນ ສ່ວນນໍ້າດື່ມແມ່ນໃຫ້ຜູ້ໂດຍສານຈັບເອົາເອງກ່ອນຂຶ້ນເຮືອບິນ ແລະ ທີມງານສາຍການບິນໄດ້ອະເຊື້ອເຮືອບິນທຸກຄັ້ງພາຍຫຼັງທີ່ໃຫ້ບໍລິການຜູ້ໂດຍສານແລ້ວ ທັງນີ້ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19.



ຖ້ຽວບິນພາຍໃນທີ່ຈະໃຫ້ບໍລິການ ປະກອບມີ ນວ-ຫຼວງພະບາງ ນວ-ຊຽງຂວາງ ນວ-ປາກເຊ ແມ່ນບິນໜຶ່ງຖ້ຽວຕໍ່ອາທິດຄື ບິນທຸກໆວັນສຸກ ສະເພາະຖ້ຽວບິນ ນວ-ສະຫວັນນະເຂດ ຈະໄດ້ເລີ່ມໃຫ້ບໍລິການວັນທີ 2 ກໍລະກົດ 2021 ສ່ວນລາຄາປີ້ເຮືອບິນແມ່ນຍັງຈໍາໜ່າຍໃນລາຄາປົກກະຕິ.


# ຂ່າວ & ພາບ: ຂັນທະວີ