ວັນທີ 11 ມິຖຸນາ 2021 ທີ່ສູນເລືອດແຫ່ງຊາດ ໄດ້ມີພິທີຖະແຫຼງຂ່າວ ວັນຜູ້ບໍລິຈາກເລືອດໂລກ (World Blood Donor Day-WBDD) ໃຫ້ກຽດຖະແຫຼງຂ່າວໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ໃຫ້ຮູ້ວ່າ: ເພື່ອໃຫ້ມີການບໍລິຈາກເລືອດຢ່າງສະໝໍ່າສະເໝີ ພຽງພໍ ແລະປອດໄພ ທັງຜູ້ໃຫ້ ແລະ ຜູ້ຮັບນັ້ນ ມັນຮຽກຮ້ອງໃຫ້ໜ່ວຍງານພາກລັດ ໜວ່ຍງານດ້ານສາທາລະນະສຸກ ອົງການກາແດງ ແລະ ໜ່ວຍງານດ້ານການບໍລິການເລືອດ ຈົ່ງໄດ້ດຳເນີນການກຽມຄວາມພ້ອມໃນການວາງໂຄງສ້າງ ການຮັບບໍລິຈາກເລືອດທີ່ຈະເພີ່ມຫຼາຍຂື້ນຈາກຜູ້ບໍລິຈາກເລືອດແບບສະໝັກໃຈ ການບໍລິຫານຈັດການດ້ານສຸຂະພາບ ຂອງຜູ້ບໍລິຈາກເລືອດ ແລະການຄວບຄຸມຄຸນນະພາບໃນການເກັບຮັກສາເລືອດ ຮັບປະກັນການຕອບສະຫນອງເລືອດໃຫ້ແກ່ຄົນເຈັບທີ່ພຽງພໍ ປອດໄພ ແລະທັນເວລາ.
ສະເພາະປີ 2020 ຜ່ານມາ ບັນດາສູນເລືອດຢູ່ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ເຮັດການປຸກລະດົມ ແລະຈັດຮັບບໍລິຈາກເລືອດໄດ້ຫຼາຍກວ່າ 1.873 ຄັ້ງ ແລະ ມີຜູ້ເຂົ້າຮ່ວມຂະບວນບໍລິຈາກເລືອດ 215.660 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 60.358 ເທື່ອຄົນຕໍ່ຖົງ ຫຼືເທົ່າກັບ 99,43% ຂອງແຜນການປີ 2020 (ແຜນການແມ່ນ 60.700 ຖົງ ປະຕິບັດໄດ້ໃກ້ຄຽງກັບແຜນການ) ຈໍານວນຜູ້ບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນໄດ້ກວມເອົາ 90% ຂອງການບໍລິຈາກເລືອດທັງໝົດ ສຳລັບ ປີ 2021 ຄາດໝາຍສູ້ຊົນທົ່ວປະເທດໃຫ້ບັນລຸ 64.000 ຖົງ ໂດຍແບ່ງຕົວເລກໃຫ້ແຕ່ລະແຂວງນໍາໄປຈັດຕັ້ງປະຕິບັດຮ່ວມກັນ.


ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ຢູ່ສູນກາງ ຈະມີແຜນການໃນການຈັດຮັບບໍລິຈາກເລືອດແບບເປີດກວ້າງຂື້ນ ແລະ ບັນດາແຂວງອື່ນໆໃນທົ່ວປະເທດ ກໍຈະມີກິດຈະກໍາແບບນີ້ຕາມເວລາທີ່ເໝາະສົມເຊັ່ນກັນ ແຕ່ກໍໃຫ້ພິຈາລະນາເຖິງມາດຕະການການຄວບຄຸມມພະຍາດໂຄວິດ 19 ຢ່າງເຄັ່ງຄັດ ແລະ ສະພາບຕົວຈິງ ໃນໄລຍະເດືອນມິຖຸນາ ກ່ຽວກັບການລະບາດຂອງພະຍາດ ພ້ອມທັງການປະຕິບັດຄໍາສັ່ງຂອງລັດຖະບານຂອງ ຄືຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ກໍຄືຂັ້ນແຂວງ.
ໃນໂອກາດວັນທີ່ມີຄວາມໝາຍສໍາຄັນ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກ ເຊິ່ງຈະໝູນວຽນມາອີກເທື່ອໜຶ່ງນັ້ນ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນນາມກອງເລຂາຂອງຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂໍສະແດງເຖິງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງມາຍັງບຸກຄົນ ກໍຄືການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດຢ່າງຕັ້ງໜ້າ ທັງບໍລິຈາກເລືອດ ທັງເຮັດການປຸກລະດົມເຊີນຊວນ ແລະ ທັງປະກອບສ່ວນດ້ານວັດຖຸປັດໃຈເຂົ້າໃນກິດຈະກຳສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດແຕ່ລະປີ.

# ຂ່າວ & ພາບ: ວຽງມາ