ການຈຳກັດການລະບາດຂອງພະຍາດໂຄວິດ-19 ບໍ່ເຮັດໃຫ້ການຜະລິດ ແລະ ການຄ້າ-ຂາຍຢາເສບຕິດຢູ່ເຂດອາຊຽນຫຼຸດລົງ

    ວັນທີ 10 ມິຖຸນາ 2021 ຢູ່ບາງກອກ ປະເທດໄທ ບົດລາຍງານສະບັບໃໝ່ຈາກອົງການສະຫະປະຊາຊາດ (ສປຊ) ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ຢັ້ງຢືນວ່າການຜະລິດ ແລະ ການຄ້າຂາຍຢາເສບຕິດຕະຫຼາດຢາເສບຕິດຢູ່ເຂດອາຊີຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ ບໍ່ໄດ້ຮັບຜົນກະທົບຫຍັງຫຼາຍຈາກບັນຫາການລະບາດຂອງພະຍາດໂຄວິດ-19 ຕາມທີ່ຄາດໄວ້ ແຕ່ກົງກັນຂ້າມ ຕະຫຼາດຢາເສບຕິດຍັງສືບຕໍ່ເພີ່ມຂຶ້ນອີກໃນປີ 2020 ຫົວຂໍ້ບົດລາຍງານ “ຢາເສບຕິດໃນຂົງເຂດອາຊີຕາວັນອອກ ແລະ ຕາເວັນອອກສ່ຽງໃຕ້: ການພັດທະນາ ແລະ ສິ່ງທ້າທາຍຫຼ້າສຸດ ປີ 2021” ໄດ້ສະແດງໃຫ້ເຫັນວ່າ ຢາບ້າທີ່ຢຶດໄດ້ ໄດ້ເພີ່ມຂຶ້ນຫຼາຍ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດ-19.

    ທ່ານ Jeremy Douglas ຜູ້ຕາງໜ້າອົງການ ສປຊ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ປະຈຳພາກພື້ນ ໄດ້ໃຫ້ຄຳເຫັນວ່າ: ກຸ່ມອາຊະຍາກຳທີ່ມີການຈັດຕັ້ງ ຍັງສາມາດສືບຕໍ່ຂະຫຍາຍການຄ້າ-ຂາຍຢາເສບຕິດຢູ່ເຂດພາກພື້ນນີ້ ໂດຍສະເພາະ ຢູ່ເຂດແມ່ນ້ຳຂອງຕອນເທິງ ແລະ ເຂດລັດຊານຂອງປະເທດມຽນມາ ໂດຍມີການສະໜອງສານເຄມີເຂົ້າໄປໃນເຂດການຜະລິດເປັນປະຈຳ ເຖິງວ່າຈະມີການຈຳກັດຕາມຊາຍແດນ ທີ່ສົງຜົນກະທົບຕໍ່ການຄ້າ-ຂາຍທີ່ຖືກກົດໝາຍຂ້າມຊາຍແດນກໍຕາມ ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເສດຖະກິດຂອງໂລກມີການອ່ອນຕົວໂຕລົງ ພວກກໍ່ອາຊະຍາກຳທີ່ມີອິດທິພົນຕໍ່ຂົງເຂດນີ້ ໄດ້ມີການປັບຕົວ ແລະ ໄດ້ຮັບຜົນປະໂຫຍດຢ່າງໄວວາ ພວກເຂົາໄດ້ສືບຕໍ່ຍູ້ແຮງຄວາມພະຍາຍາມ ເພື່ຶອສ້າງການຕະຫຼາດ ແລະ ຄວາມຕ້ອງການ.

    ມີການຢືດຢາບ້າຢູ່ໃນເຂດພາກພື້ນໄດ້ປະມານ 170 ໂຕນ ເຊິ່ງເທົ່າກັບຈຳນວນລວມຂອງຢາເສບຕິດທີ່ຢືດໄດ້ໃນປີຜ່ານມາ ເພີ່ມຂຶ້ນ 19% ຂອງຈຳນວນ 142 ໂຕນ ທີ່ຢືດໄດ້ໃນປີ 2019 ພ້ອມກັນນີ້ ກໍໄດ້ມີການປ່ຽນແປງທີ່ສຳຄັນດ້ານເສັ້ນທາງຄ້າ-ຂາຍ ເຊິ່ງມີລາຍງານວ່າ ມີຢາບ້າຈຳນວນຫຼາຍກຳລັງລຳລຽງ ຂົ່ນສົ່ງຜ່ານ ສປປ ລາວ ໄປປະເທດໄທ ແລະ ຫວຽດນາມ ເພື່ອຈຳໜ່າຍ ສົ່ງຕໍ່ ແລະ ໄດ້ສຸມໃສ່ການສະໜອງຢູ່ໃນເຂດປະເທດລຸ່ມແມ່ນ້ຳຂອງຫຼາຍເປັນພິເສດ ຄື: ກຳປູເຈຍ ລາວ ມຽນມາ ໄທ ແລະ ຫວຽດນາມ ເຊິ່ງກວມເອົາ 71% ຂອງຈຳນວນລວມທີ່ຢືດໄດ້ຢູ່ເຂດອາຊີຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ ນັບແຕ່ປີ 2018 ເປັນຕົ້ນມາ ສານເຄມີຈໍານວນຫຼວງຫຼາຍທີ່ສົງໄສວ່າໄດ້ສົ່ງໄປເພື່ອທໍາການຜະລິດຢາເສບຕິດຢູ່ໃນເຂດສາມຫຼ່ຽມຄຳ ແມ່ນຖືກຍຶດໄດ້ຢູ່ໃນ ສປປ ລາວ ໃນປີ 2020 ເຈົ້າໜ້າທີ່ລາວຢືດໄດ້ 125 ກວ່າໂຕນ ຫຼືຫຼາຍກ່ວາ 5 ເທົ່າຂອງຈຳນວນລວມທີ່ຢືດໄດ້ໃນ 5 ປີກ່ອນ.

    ບົດລາຍງານສະບັບນີ້ ຍັງໄດ້ເຕືອນໃຫ້ຮູ້ວ່າ ການສະໜອງຢາໄອສ (crystal methamphetamine) ທີ່ເພີ່ມຂຶ້ນ ຈະເຮັດໃຫ້ມີການຊົມໃຊ້ເພີ່ມຂຶ້ນ ແລະ ສະຖິຕິລາຄາຂາຍຍົກ ແລະ ລາຄາຕາມທ້ອງຖະໜົນກໍຈະຕໍ່າລົງ ປະເທດໄທໄດ້ລາຍງານວ່າ ຈຳນວນຜູ້ຊົມໃຊ້ຢາໄອສ ໄດ້ເພີ່ມຂຶ້ນເປັນ 10 ເທົ່າ ນັບແຕ່ປີ 2016-2019 ແລະ ຂໍ້ມູນລາຄາຢູ່ປະເທດກຳປູເຈຍ ແລະ ມາເລເຊຍ ໄດ້ຫຼຸດລົງ ແຕ່ປີ 2019-2020.

    ທ່ານ Inshik Sim ຜູ້ປະສານງານຂົງເຂດເພື່ອແຜນງານຢາເສບຕິດໂລກ ອົງການ ສປຊ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ໃຫ້ຂໍ້ສັງເກດວ່າ: ການຫຼຸດລົງຂອງລາຄາຢາບ້າຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ເປັນບັນຫາທີ່ຮ້າຍແຮງ ມັນສະແດງໃຫ້ເຫັນວ່າຍຸດທະສາດເພື່ອຫຼຸດຜ່ອນການສະໜອງ ແມ່ນປະຕິບັດບໍ່ໄດ້ຕາມທີ່ຕັ້ງໃຈໄວ້ ໃນເວລາດຽວກັນ ສານຕັ້ງຕົ້ນທີ່ຢູ່ໃນການຄຸ້ມຄອງກໍມີຈຳນວນໜ້ອຍເທົ່ານັ້ນທີ່ຢືດໄດ້ ເຊິ່ງຢ່າງໜ້ອຍກໍສາມາດນຳມາປະກອບເປັນສານຕັ້ງຕົ້ນ ແລະ ເປັນສານເຄມີອື່ນໆທີ່ບໍ່ໄດ້ຢູ່ໃນການຄຸ້ມຄອງ.

    ການຂະຫຍາຍຕົວຂອງຕະຫຼາດຢາບ້າແບບສືບເນື່ອງ ບໍ່ເປັນພຽງແຕ່ການພັດທະນາທີ່ໜ້າເປັນຫ່ວງຕາມທີ່ບົດລາຍງານນີ້ໄດ້ໃຫ້ຂ້ໍສັງເກດເທົ່ານັ້ນ ສິ່ງທີ່ທ້າທາຍອື່ນ ລວມມີການຜະລິດ ແລະ ຄ້າ-ຂາຍຢາເຄຕາມິນ (ketamine) ແລະ ສານເສບຕິດຕ່າງໆທີ່ພົບເຫັນຢູ່ໃນເມັດຢາອີ (ecstasy) ຈຳນວນໜຶ່ງ ກໍສາມາດນຳໄປສູ່ການໃຊ້ໃນປະລິມານເກີນໄດ້ ແລະ ຈະເກີດມີການເສຍຊີວິດຕາມມາ ການເກີດຂຶ້ນຂອງສານອອກລິດຕໍ່ຈິດປະສາດທີ່ອາດເປັນອັນຕະລາຍແນວໃໝ່ ລວມມີກັນຊາສັງເຄາະ ແລະ ຢາເສບຕິດຊະນິດໃໝ່ ຄື: ເບນໂຊໄດອະເຊປິນ (benzodiazepines) ແມ່ນມີຄວາມຊັບຊ້ອນຫຼາຍຂຶ້ນ.

    ທ່ານ Justice Tettey ຫົວໜ້າພະແນກວິໄຈ ແລະ ວິທະຍາສາດ ອົງການ ສປຊ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ກ່າວວ່າ: ການວິໄຈຢາເສບຕິດ ມີຄວາມສຳຄັນຫຼາຍຂຶ້ນ ຍ້ອນຕະຫຼາດຢາເສບຕິດສັງເຄາະໃນເຂດອາຊີຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ ໄດ້ມີການປັບຕົວ ແລະ ມີວິວັດທະນາການຂຶ້ນ ການທຳລາຍຢາເສບຕິດ ແລະ ສານເຄມີທີ່ຍຶດໄດ້ທີ່ປອດໄພ ກຳລັງເປັນສິ່ງທ້າທາຍຫຼາຍຂຶ້ນທີ່ຕ້ອງໄດ້ເອົາໃຈໃສ່ ຜົນກະທົບຢູ່ໃນເຂດຜະລິດຢາເສບຕິດແມ່ນມີຫຼາຍ. 

    ອົງການ ສປຊ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກຳ ກຳລັງເຮັດວຽກຮ່ວມກັບປະເທດຕ່າງໆໃນເຂດອາຊີຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ ໂດຍຜ່ານແຜນງານຢາເສບຕິດໂລກ ແລະ ບັນດາປະເທດແມ່ນ້ຳຂອງທີ່ມີບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຄວບຄຸມຢາເສບຕິດຮ່ວມກັນ ເພື່ອຕິດຕາມສະພາບຢາເສບຕິດ ແລະ ໃຫ້ຄຳແນະນຳກ່ຽວກັບການຮ່ວມມື ການຄົ້ນຫາ ການຄວບຄຸມສານເຄມີຕົ້ນ ແລະ ຍຸດທະສາດດ້ານສຸຂະພາບປວງຊົນ ທີ່ສຳຄັນກໍເພື່ອຊ່ວຍປະເທດຕ່າງໆໃຫ້ມີການຮ່ວມມືກັນ ເພື່ອປະຕິບັດມາດຕະການຕາມຊາຍແດນຮ່ວມກັນ.

# ຂ່າວ & ພາບ:  ສະບາໄພ

error: Content is protected !!