ນວ ໄດ້ຮັບເງິນຊ່ວຍເຫຼືອ 270 ລ້ານ ຕ້ານພະຍາດໂຄວິດ-19

    ວັນທີ 20 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ອົງການປົກຄອງ ນວ ຮັບເງິນ 270 ລ້ານກີບຈາກສອງບໍລິສັດທີ່ປະກອບສ່ວນເຂົ້າໃນວຽກງານສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃນນີ້ມີ ທ່ານ ສີສົມບັດ ພິລາວົງ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈຳກັດ ມອບເງິນ ສົດ 250 ລ້ານກີບ ແລະ ທ່ານ ສີນວນ ແພງພັນຮັກ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງສະໜອງນໍ້າປະປາ ແລະ ສຸຂາພິບານ ມອບເງິນສົດ 20 ລ້ານກີບ. 

    ໂອກາດນີ້ ທ່ານ ສີຫຸນ ສິດທິລືໄຊ ໄດ້ໃຫ້ກຽດມອບໃບກຽດຕິຄຸນໃຫ້ທັງສອງພາກສ່ວນທີ່ໄດ້ມອບເງິນໃຫ້ແກ່ອົງການປົກຄອງ ນວ ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນພະຍາດໂຄວິດ-19 ພ້ອມນັ້ນຍັງຢືນຢັນວ່າຈະນໍາໃຊ້ເງິນທີ່ມອບຄັ້ງນີ້ໃຫ້ຖືກຕ້ອງຕາມເປົ້າໝາຍ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!