
ວັນທີ 20ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຮັບເຄື່ອງຊ່ວຍເຫຼືອຈາກບັນດາຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດໃນ ສປປ ລາວ.

ພາກສ່ວນທີ່ນຳເຄື່ອງມາມອບຄັ້ງນີ້ ມີກຸ່ມບໍລິສັດ ຮ່ວາງ ແອງ ຢາລາຍ ຫວຽດນາມມອບຊຸດເຄື່ອງນຸ່ງປ້ອງກັນ ພະຍາດ 3000 ຊຸດ ຜ້າອັດປາກ-ອັດດັງ 205.000 ອັນ ເຈວລ້າງມື 5.000 ກ່ອງ ຖົງມື 50.000ຊຸດ ມູນຄ່າ 100.000 ໂດລາສະຫະລັດ ປະມານ 900 ລ້ານກີບ ໂດຍການມອບຂອງທ່ານ ເຈ ກວາງ ລອງ ຕາງໜ້າກຸ່ມບໍລິສັດ ຮ່ວາງ ແອງ ຢາລາຍ ພ້ອມນັ້ນ ບໍລິສັດສີສົມບັດ ເຊົ່າສິນເຊື່ອ ຈໍາກັດ ອຸປະຖໍາເຂົ້າສານ 50 ໂຕນ ມູນຄ່າ 500.000.000ກີບ ໂດຍການມອບຂອງທ່ານ ສີສົມບັດ ພິລາວົງ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ຈໍາກັດ ນອກນັ້ນ ກຸ່ມບໍລິສັດເທຣດເຊີລາວ ມອບຜ້າອົດປາກ-ອັດດັງ ແລະເງິນສົດຈໍານວນໜຶ່ງ ລວມມູນຄ່າທັງໝົດ 160.000.000 ກີບ ໂດຍການມອບຂອງທ່ານ ສີສົມບັດ ດວງວິໄລແກ້ວ ປະທານກຸ່ມບໍລິສັດ ເທຣດເຊີລາວ.

ໂອກາດນີ້ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈຕໍ່ບັນດາຫົວໜ່ວຍລະກິດທີ່ໄດ້ປະກອບສ່ວນເຄື່ອງບໍລິໂພກ ອຸປະກອນການແພດ ແລະ ເງິນສົດຈໍານວນໜຶ່ງຊ່ວຍລັດຖະບານຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ໃຫ້ຖືກເປົ້າໝາຍ.