ປະຕິບັດມາດຕະການປ້ອງກັນໂຄວິດ-19 ໄປພ້ອມກັບການປຸກລະດົມປະຊາຊົນທໍາລາຍແຫຼ່ງເພາະພັນໜອນນໍ້າຍູງລາຍ

      ທ່ານ ມຸກດາ ກາລຸນາ ນາຍບ້ານໜອງແຕ່ງເໜືອ ໃຫ້ສໍາພາດວັນທີ 6 ພຶດສະພາ 2021 ວ່າ: ນັບແຕ່ເກີດມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ໃນຊຸມຊົນນະຄອນຫຼວງວຽງຈັນ ກໍຄືບັນດາແຂວງຕ່າງໆໃນທົ່ວປະເທດ ເຊິ່ງພາຍຫຼັງທີ່ໄດ້ຮັບຄໍາສັ່ງເລກທີ 15/ນຍ ແຈ້ງການຂອງນະຄອນຫຼວງວຽງຈັນ ກໍຄືແຈ້ງການຂອງເມືອງສີໂຄດຕະບອງ ຄະນະພັກ ຄະນະນໍາອົງການປົກຄອງບ້ານ ກໍໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 22 ເມສາເປັນຕົ້ນມາ ຮອດວັນທີ 5 ພຶດສະພາ 2021 ໃນໄລຍະນີ້ໄດ້ຈັດຕັ້ງປະຕິບັດກວດກາປະຊາຊົນທີ່ຜ່ານເຂົ້າ-ອອກບ້ານຢູ່ຈຸດໜ້າຫ້ອງການປົກຄອງບ້ານ ໃນນີ້ ໄດ້ແບ່ງເປັນ 3 ຈຸ ຜັດປ່ຽນເວນຍາມ ແຕ່ລະຈຸປະກອບມີ ຄະນະນໍາຫ້ອງການບ້ານ ປກສ ກຸ່ມ ແລະ ກໍາລັງປ້ອງກັນຊາດບ້ານ ເພື່ອປະຕິບັດໜ້າທີ່ກັ່ນຕອງ ແລະ ເຕືອນສະຕິໃຫ້ປະຊາຊົນມີຄວາມຕື່ນຕົວສູງໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໂດຍລວມເຫັນວ່າພໍ່ແມ່ປະຊາຊົນມີຄວາມເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ ນອກນີ້ບັນດາບຸກຄົນ ຫົວໜ່ວຍທຸລະກິດ ຜູ້ປະກອບການພາຍໃນບ້ານ ກໍໄດ້ປະກອບສ່ວນຊຸກຍູ້ນໍ້າດື່ມ ຜ້າອັດປາກ-ອັດດັງ ແລະ ອື່ນໆ ໃຫ້ແກ່ກ້ອນກໍາລັງປະຕິບັດໜ້າທີ່ອີກດ້ວຍ ຄຽງຄູ່ກັນນັ້ນ ໄດ້ເອົາໃຈໃສ່ໂຄສະນາທາງໂທລະໂຄ່ງ ກ່ຽວກັບຜົນຮ້າຍຂອງພະຍາດໂຄວິດ-19 ຄໍາສັ່ງ ຄໍາແນະນໍາ ແລະ ມາດຕະການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ໄປພ້ອມກັບການໂຄສະນາປູກລະດົມໃຫ້ປະຊາຊົນຮັກສາອະນາໄມ ທໍາຄວາມສະອາດ ເພື່ອທໍາລາຍແຫຼ່ງເພາະພັນໜອນນໍ້າຍູງລາຍຕື່ມອີກ.

    ໂດຍອີງໃສ່ສະພາບຄວາມເປັນຈິງໃນປັດຈຸບັນ ເຫັນວ່າມີຕົວເລກຜູ້ຕິດເຊື້ອມີທ່າອ່ຽງເພີ່ມສູງຂຶ້ນ ລັດຖະບານເນັ້ນໃຫ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ເຊິ່ງໃນນີ້ ໄດ້ມີຄໍາແນະນໍາເພີ່ມຕື່ມ ບໍ່ໃຫ້ອັດທາງຫຼວງ ແຕ່ຫັນມາອັດທາງຮ່ອມທາງຊອຍ  ຫຼື ບໍລິເວນເຂດແດນທີ່ມີຄົນຕິດເຊື້ອໂຄວິດ-19 ແລະ ບ້ານໜອງແຕ່ງເໜືອມີ 23 ຮ່ອມທີ່ເປັນທາງຊອຍ ສ່ວນຫຼາຍເປັນຮ່ອມທາງຕັນ ສະນັ້ນການປະຕິບັດຕາມຄໍາສັ່ງຄັ້ງນີ້ຈຶ່ງໄດ້ກວດຄັດຕອງຢູ່ຮ່ອມທີ 15 ຂອງບ້ານ ທີ່ເປັນຮ່ອມຊາຍແດນບ້ານຈັນສະຫວ່າງ ແລະ ບ້ານໄຊມຸງຄຸນ ແນໃສ່ໃຫ້ປະຊົນກັກຕົນເອງຢູ່ເຮືອນ ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ອອກໄປ ຖ້າຈໍາເປັນອອກໄປແທ້ໆ ໃຫ້ມີເອກະສານຢັ້ງຢືນແຈ້ງຈຸດປະສົງຂອງການເດີນທາງ.

      ໂອກາດນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນພາຍໃນບ້ານໜອງແຕ່ງ ໃຫ້ພ້ອມກັນສາມັກຄີ ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ແຈ້ງການ ຄໍາແນະນໍາຕ່າງໆຂອງເມືອງສີໂຄດຕະບອງວາງອອກຢ່າງເຂັ້ມງວດ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!