ປັດຈຸບັນ ໂຮງໝໍສູນກາງ 103 ກອງທັບ ສາມາດປິ່ນປົວຄົນເຈັບພະຍາດໂຄວິດ-19 ຫາຍດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວ 38 ຄົນ ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍທີ່ທາງໂຮງໝໍໄດ້ເອົາໃຈໃສ່ກວດກາດ້ານພື້ນຖານໂຄງລ່າງ ສະຖານທີ່ບໍລິການ ແລະ ບັນດາເຄື່ອງມືອຸປະກອນການແພດຮັບໃຊ້ປິ່ນປົວ ແລະ ເຊີດຊູຄົນເຈັບໃຫ້ຢູ່ໃນສະພາບດີທີ່ສຸດ ແລະ ໄດ້ກະກຽມ 60 ຕຽງນອນ ເພື່ອຮັບຄົນເຈັບທີ່ຕິດເຊື້ອໂຄວິດ-19 ໃນນັ້ນມີ 6 ຕຽງນອນໄວ້ສຳລັບມໍລະສຸມຄົນເຈັບໜັກ ມີເຄື່ອງຫາຍໃຈທຽມ 6 ເຄື່ອງ ເຄື່ອງຕິດຕາມອາການຊີວິດ 6 ເຄື່ອງ ເຄື່ອງລັງສີເຄື່ອນທີ່ 1 ເຄື່ອງ ພ້ອມທັງໄດ້ຈັດຕັ້ງຄະນະຊີ້ນຳຈຳນວນ 6 ທ່ານ ແລະ 18 ໜ່ວຍງານ ເຊິ່ງແຕ່ລະໜ່ວຍງານມີໜ້າທີ່ລະອຽດຄື

- ໜ່ວຍງານປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ມີ 3 ຈຸ ແຕ່ລະຈຸ ມີ 10 ສະຫາຍ ເຮັດໜ້າທີ່ 2 ອາທິດ ແລະ ອອກມາກັກບໍລິເວນ 2 ອາທິດ
- ໜ່ວຍງານສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ມີ 35 ສະຫາຍ ແບ່ງເປັນ 4 ຈຸດ ຄື ຈຸດສຳລັບສັກໃຫ້ພະນັກງານການນຳ ຈຸດສຳລັບສັກໃຫ້ຄອບຄົວພະນັກງານການນຳ ແລະ ຜູ້ມາສັກເຂັມທີສອງ ຈຸດສຳລັບສັກໃຫ້ນາຍ ແລະ ພົນທະຫານ ຈຸດສຳລັບສັກໃຫ້ພໍ່ແມ່ປະຊາຊົນ ແລະ ບຸກຄົນທົ່ວໄປ
- ສຳລັບໜ່ວຍງານກວດກັ່ນກອງຄົນເຂົ້າ-ອອກໂຮງໝໍ ລວມມີ 9 ຈຸ ແຕ່ລະຈຸມີ 10 ສະຫາຍ ເຮັດໜ້າທີ່ກວດ ແລະ ວັດແທກອຸນຫະພູມຕະຫຼອດ 24 ຊົ່ວໂມງ
- ໜ່ວຍງານກວດຄົນເຈັບກຸ່ມສ່ຽງ ມີ 4 ຈຸ ແຕ່ລະຈຸມີ 2 ສະຫາຍ
- ໜ່ວຍງານເກັບຕົວຢ່າງວິໄຈຊອກຫາເຊື້ອພະຍາດໂຄວິດ-19 ມີ 3 ຈຸ ແຕ່ລະຈຸມີ 8 ສະຫາຍ
- ໜ່ວຍງານຜ່າຕັດໃນກໍລະນີຄົນເຈັບໂຄວິດ-19 ໄດ້ຈັດຕັ້ງໄວ້ມີ 3 ຈຸ ແຕ່ລະຈຸ ມີ 12 ສະຫາຍ
- ໜ່ວຍງານກວດ ແລະ ປິ່ນປົວພະຍາດຫົວໃຈເສັ້ນເລືອດໃຫ້ຄົນເຈັບໂຄວິດ-19 ມີ 3 ຈຸ ແຕ່ລະຈຸມີ 2 ສະຫາຍ
- ໜ່ວຍງານກວດລັງສີ-ເອໂກ ສຳລັບຄົນເຈັບໂຄວິດ-19 ມີ 3 ຈຸ ແຕ່ລະຈຸມີ 2 ສະຫາຍ
- ໜ່ວຍງານນະໂຍບາຍ ແລະ ມ້ຽນສົບຄົນເສຍຊີວິດໂຄວິດ-19 ມີ 3 ຈຸ ແຕ່ລະຈຸມີ 2 ສະຫາຍ
- ໜ່ວຍງານຮັບປະກັນພະລາທິການ ມີ 15 ສະຫາຍ ຮັບປະກັນການກິນດື່ມ ການຂົນສົ່ງ ແລະ ສິ່ງອຳນວຍຄວາມສະດວກສຳລັບຄົນເຈັບໂຄວິດ-19
- ໜ່ວຍງານຮັບເຄື່ອງບໍລິຈາກຂອງສັງຄົມ ມີ 12 ສະຫາຍ
- ໜ່ວຍງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ມີ 15 ສະຫາຍ ໂດຍໄດ້ຈັດຕັ້ງປະຕິບັດມານັບແຕ່ວັນທີ 18 ເມສາ 2021 ເປັນຕົ້ນມາ.

ພ້ອມນັ້ນ ໄດ້ເອົາໃຈໃສ່ກວດກັ່ນຕອງຄົນເຂົ້າ-ອອກໂຮງໝໍທັງໝົດ 18.267 ຄົນ ເກັບຕົວຢ່າງໄປວິໄຈ ໄດ້ 1.282 ກໍລະນີ ສັກວັກຊີນປ້ອງກັນໂຄວິດ-19 ໄດ້ 4.979 ກໍລະນີ ຈັດສົ່ງພະນັກງານແພດໝໍໄປປະຈຳການທີ່ໂຮງໝໍພາກສະໜາມຫຼັກ 27 ຈຳນວນໜຶ່ງ ນີ້ສະແດງໃຫ້ເຫັນເຖິງການປະກອບສ່ວນຢ່າງແຂງແຮງໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂຮງໝໍສູນກາງ 103 ກອງທັບ.
.
# ຂ່າວ & ພາບ : ເພັດສະໝອນ ເບີກບານດີ