ກຸ່ມບໍລິສັດພົງຊັບ ສະໜັບສະໜູນ 2 ຕື້ກວ່າກີບ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໄດ້ຈັດຂຶ້ນວັນທີ 5 ພຶດສະພາ 2021 ຢູ່ກະຊວງສາທາລະນະສຸກ ເຊິ່ງມອບໂດຍທ່ານ ສົມລັດ ເມກອາກາດ ອໍານວຍການກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ແລະ ຮັບໂດຍ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພະນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມ 

    ເຄື່ອງທີ່ທາງກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ນຳມາມອບຄັ້ງນີ້ ປະກອບມີລົດກະບະ 4 ປະຕູ FORD Ranger 4WD ຈໍານວນ 3 ຄັນ ເພື່ອເກັບຕົວຢ່າງພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໂດຍສະເພາະແມ່ນໃຫ້ທິມງານສືບສວນ ແລະ ໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ມູນຄ່າ 1.184.000.000 ກີບ ພ້ອມນີ້ ຍັງໄດ້ມອບເງິນ 1 ຕື້ກີບ ໃຫ້ພະນັກງານ-ແພດໝໍໃນການປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຈໍານວນ 100.000 ກີບຕໍ່ຄົນຕໍ່ວັນ ລວມມູນຄ່າທັງໝົດທີ່ທາງບໍລິສັດມາມອບຄັ້ງນີ້ 2.184.000.000 ກີບ ແລະ ກ່ອນໜ້ານີ້ກຸ່ມບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວ ກໍໄດ້ມອບວັກແຊັງປ້ອງກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ ຈຳນວນ 40.000 ຄົນ ລວມມູນຄ່າທັງໝົດ 2.000.000 ໂດລາສະຫະລັດຫລືປະມານ 20 ຕື້ກີບ ໂດຍການກ່າວມອບຂອງທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນສູງກາງ ໂດຍການເຂົ້າຮ່ວມຂອງພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. 

    ໃນຕໍ່ໜ້ານີ້ ທາງກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ຍັງຈະໄດ້ສືບຕໍ່ມອບເງິນ ແລະ ເຄື່ອງຊ່ວຍເຫຼືອເພື່ອປ້ງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ແຂວງຕ່າງໆໃນທົ່ວປະເທດຕື່ມອີກ.

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!