ການເຕີບໃຫຍ່ຢ່າງໄວວາຂອງປັນຍາປະດິດ (AI) ແລະ ແພລດຟອມສື່ໃໝ່ ກຳລັງປ່ຽນແປງວິທີການ ຜະລິດ ການແຈກຢາຍ ແລະ ການບໍລິໂພກຂໍ້ມູນຂ່າວສານຂອງປະຊາຊົນ ໃນທ່າມກາງສະພາບການດັ່ງກ່າວນັ້ນ ສື່ມວນຊົນອາຊີບຍັງຕ້ອງຮັບມືກັບຄວາມທ້າທາຍສຳຄັນ ເຊັ່ນ: ຂ່າວປອມ ຂໍ້ມູນບິດເບືອນ ການຂາດໂຄງສ້າງພື້ນຖານ ແລະ ມາດຕະຖານຈັນຍາບັນ ສິ່ງທີ່ກ່າວມານັ້ນ ເປັນບາງຕອນຂອງການສຳພາດ ທ່ານ Yasiru Ranaraja ຜູ້ອຳນວຍການ Belt & Road Initiative Sri Lanka ໄດ້ແບ່ງປັນມູມມອງຕໍ່ທິດທາງຂອງສື່ໃນອາຊີ ໃນໂອກາດເຂົ້າຮ່ວມ Asia-Pacific Media Forum 2026.

ເມື່ອຖືກຖາມເຖິງທ່າອ່ຽງສຳຄັນທີ່ຈະປ່ຽນໂສມໜ້າຂອງສື່ໃນ 2-3 ປີຂ້າງໜ້າ ທ່ານ Yasiru Ranaraja ເຫັນວ່າ: AI ແລະ ແພລດ ຟອມສື່ໃໝ່ຈະມີບົດບາດຫຼາຍຂຶ້ນໃນການປ່ຽນວິທີທີ່ຮັບ ແລະ ບໍລິໂພກຂ່າວສານ ຂອງປະຊາຊົນ ທ່າອ່ຽງດັ່ງກ່າວຈະບໍ່ພຽງແຕ່ປ່ຽນຮູບແບບການນຳສະເໜີຂ່າວ ແຕ່ຍັງປ່ຽນບົດບາດຂອງນັກຂ່າວ ແລະ ວິທີການຜະລິດເນື້ອໃນນຳອີກ.
ທ່ານ Yasiru Ranaraja ກ່າວວ່າ: ໜຶ່ງໃນຄວາມສ່ຽງສຳຄັນທີ່ສື່ມວນຊົນກຳລັງປະເຊີນແມ່ນ misinformation ແລະ disinfor mation ຫຼື ຂໍ້ມູນຜິດ ແລະ ຂໍ້ມູນບິດເບືອນ ທີ່ຖືກເຜີຍແຜ່ໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ ດັ່ງນັ້ນ ສື່ມວນຊົນຈຶ່ງມີບົດບາດສຳຄັນໃນການຕໍ່ສູ້ກັບຂ່າວປອມ ແລະ ຂໍ້ມູນບິດເບືອນ ແຕ່ການນຳໃຊ້ເຕັກໂນໂລຊີພຽງຢ່າງດຽວອາດບໍ່ພຽງພໍ ເຊິ່ສາມາດເວົ້າໄດ້ວ່າ ““ເຕັກໂນໂລຊີພຽງຢ່າງດຽວນັ້ນບໍ່ພຽງພໍ ທ່ານຈຳເປັນຕ້ອງສ້າງຄວາມເຫັນດີເຫັນພ້ອມ ແລະ ສ້າງຈັນຍາບັນຂຶ້ນໃນໝູ່ຜູ້ປະກອບວິຊາຊີບຂ່າວ ແລະ ການນຳສະເໜີຂ່າວ.”

ທ່ານເນັ້ນວ່າ: ສື່ຈຳເປັນຕ້ອງສ້າງຄວາມເຫັນຮ່ວມ ແລະ ເສີມສ້າງຈັນຍາບັນວິຊາຊີບໃນການລາຍງານຂ່າວ ເພື່ອໃຫ້ຂ່າວສານມີຄວາມຖືກຕ້ອງ, ເປັນກາງ ແລະ ໜ້າເຊື່ອຖື.
ທ່ານ Yasiru ຍັງສະເໜີວ່າ: ປະເທດໃນພາກພື້ນ ອາຊີ-ປາຊີຟິກ ຄວນຮ່ວມມືກັນຫຼາຍຂຶ້ນ ໃນການກຳນົດຫຼັກການ ແລະ ມາດຕະ ຖານການລາຍງານຂ່າວ ໂດຍເຫັນວ່າການລາຍງານຂ່າວທີ່ບໍ່ຖືກຕ້ອງ ຫຼື ຂາດບໍລິບົດ ສາມາດສ້າງຄວາມເຂົ້າໃຈຜິດ ແລະ ອາດກະທົບຕໍ່ຄວາມສຳພັນລະຫວ່າງປະເທດ ມັນເປັນສິ່ງສຳຄັນທີ່ປະຊາຊົນຈະຕ້ອງເຂົ້າໃຈຄວາມເປັນຈິງ ແລະ ຕົວເລກທີ່ຖືກຕ້ອງ ແນ່ນອນໃນເລື່ອງນີ້ ສື່ມວນຊົນມີບົດບາດສຳຄັນຫຼາຍ ດັ່ງນັ້ນ ສື່ມວນຊົນຈຶ່ງບໍ່ແມ່ນພຽງແຕ່ຜູ້ນຳຂ່າວສານມາເຜີຍແຜ່ ແຕ່ຍັງມີບົດບາດໃນການຊ່ວຍໃຫ້ປະຊາຊົນໄຈ້ແຍກຄວາມຈິງອອກຈາກຂ່າວປອມ ແລະ ຊ່ວຍສ້າງຄວາມເຂົ້າໃຈອັນດີລະຫວ່າງປະເທດ.

ສຳລັບຄວາມທ້າທາຍ ຂອງປະເທດພັດທະນາ ແລະ ກຳລັງພັດທະນາ ເປັນຄືແນວໃດ ທ່ານ Yasiru ກ່າວວ່າ: ໜຶ່ງໃນບັນຫາຫຼັກຄື ຄວາມແຕກຕ່າງດ້ານໂຄງສ້າງພື້ນຖານ ແລະ ການເຂົ້າເຖິງເຕັກໂນໂລຊີ ຫຼາຍປະເທດຍັງຈຳເປັນຕ້ອງຍົກລະດັບໂຄງສ້າງພື້ນຖານດ້ານສື່ ເຊັ່ນ ເສົາສົ່ງສັນຍານ, ລະບົບສື່ສານ, ອຸປະກອນການຜະລິດສື່ ແລະ ເຕັກໂນໂລຊີໃໝ່ ການຖ່າຍທອດເຕັກໂນໂລຊີ, ການສ້າງສະມັດທະພາບ ແລະ ການແລກປ່ຽນຄວາມຮູ້ລະຫວ່າງປະເທດຄູ່ຮ່ວມມືໃນພາກພື້ນ ສາມາດຊ່ວຍໃຫ້ສື່ໃນປະເທດກຳລັງພັດທະນາຍົກລະດັບຕົນເອງໄດ້.



ນອກຈາກໂຄງສ້າງພື້ນຖານແລ້ວ ທ່ານ Yasiru ເນັ້ນວ່າ: ການສຶກສາດ້ານສື່ມວນຊົນ ແລະ ການຝຶກອົບຮົມນັກຂ່າວກໍເປັນປັດໄຈສຳຄັນ ສື່ໃນປະເທດກຳລັງພັດທະນາ ຄວນໄດ້ຮັບໂອກາດສຶກສາດ້ານວິຊາຊີບສື່ຢ່າງເປັນລະບົບ, ຮຽນຮູ້ວິທີການລາຍງານຂ່າວ, ການກວດສອບຂໍ້ມູນ ແລະ ຫຼັກຈັນຍາບັນສື່ມວນຊົນ ເນື່ອງຈາກການສ້າງຄົນ ແລະ ການສ້າງລະບົບສື່ທີ່ມີຄຸນນະພາບ ຄວນດຳເນີນຄວບຄູ່ໄປກັບການນຳໃຊ້ AI ແລະ ເຕັກໂນໂລຊີໃໝ່.
ທ່າມກາງການປ່ຽນແປງຂອງສື່ໃນຍຸກ AI, ຄວາມທ້າທາຍຂອງສື່ບໍ່ໄດ້ຢູ່ພຽງແຕ່ການຕາມໃຫ້ທັນເຕັກໂນໂລຊີ, ແຕ່ຍັງຢູ່ທີ່ການຮັກສາຄວາມຈິງ, ຈັນຍາບັນ ແລະ ຄວາມໜ້າເຊື່ອຖື. ການຮ່ວມມືດ້ານເຕັກໂນໂລຊີ, ການພັດທະນາຄົນ ແລະ ການສ້າງມາດຕະຖານຮ່ວມກັນຂອງສື່ອາຊີ ອາດເປັນກຸນແຈສຳຄັນໃນການຮັບມືກັບຂ່າວປອມ ແລະ ສ້າງພື້ນຖານຂ່າວສານທີ່ຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ສັນຕິພາບໃນພາກພື້ນ.