ວັນທີ 3 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ອົງການພຸດທະສາສະໜາສໍາພັນລາວ ນະຄອນຫຼວງວຽງຈັນ ມອບເງິນສະໜັບສະໜູນວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 50 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ແລະ ກຸ່ມບໍລິສັດໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ໄດ້ອຸປະຖໍາຢາກລໍລີນລະລາຍນໍ້າຂ້າເຊື້ອໂຄວິດ-19 ຈໍານວນ 5 ຖັງ ມູນຄ່າ 7 ບ້ານກີບ.

ຕາງໜ້າຮັບການອຸປະຖໍາດັ່ງກ່າວ ໂດຍແມ່ນທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ.

# ຂ່າວ – ພາບ : ຂັນທະວີ ພິມມະສອນ