ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຕັ້ງກອງປະຊຸມອອນລາຍກັບບັນດາຄູ່ຮ່ວມພັດທະນາ ເພື່ອສະຫຼຸບເອກະສານແຜນງານແຫ່ງຊາດ (CPD) ຄັ້ງທີ 7 ແຕ່ປີ 2022-2026 ຂຶ້ນໃນວັນທີ 30 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ມີຜູ້ຕາງຫນ້າຈາກກະຊວງ ສະຖານທູດ ອົງການສະຫະປະຊາຊາດ ອົງການຈັດຕັ້ງສາກົນ ພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມໃນການປຶກສາຫາລືທາງອອນລາຍ.

ການປຶກສາຫາລື ແມ່ນມີເປົ້າໝາຍທີ່ຈະນຳສະເໜີການອອກແບບແຜນງານສະບັບຮ່າງ ເພື່ອໃຫ້ຜູ້ມີສ່ວນຮ່ວມທັງໝົດຮັບຮູ້ ແລະ ສາມາດມີສ່ວນຮ່ວມເພື່ອຄວາມເປັນເອກະພາບກັນ ແລະ ຜົນໄດ້ຮັບອັນຕົ້ນຕໍ. ກະຊວງແຜນການ ແລະ ການລົງທຶນ ແລະ ຫ້ອງການ UNFPA ປະຈຳປະເທດລາວ ໄດ້ລິເລີ່ມການອອກແບບແຜນງານຂອງປະເທດຄັ້ງທີ 7 (CP7) ໃນປີ 2020 ເອກະສານດັ່ງກ່າວ ແມ່ນສອດຄ່ອງກັບຂອບການຮ່ວມມືດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF) ຄຳໝັ້ນສັນຍາແຫ່ງຊາດຕໍ່ກອງປະຊຸມສາກົນຄັ້ງທີ 25 ກ່ຽວກັບການພັດທະນາປະຊາກອນ (ICPD25) ໄດ້ຈັດຂຶ້ນທີ່ເມືອງ ໄນໂຣບິ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (NSEDP) ແລະ ບຸລິມະ ສິດຂອງປະເທດນີ້ ແມ່ນອີງໃສ່ການວິເຄາະສະຖານະການທີ່ຖືກປັບປຸງ ແລະ ຂໍ້ມູນປະຊາກອນໂດຍຜ່ານການສຶກສາກ່ຽວກັບປະຊາກອນລາວປີ 2030.
ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈເປັນຍ່າງຍິ່ງ ມາຍັງ UNFPA ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການມີສ່ວນຮ່ວມທີ່ໄດ້ຂະຫຍາຍໄປຍັງລັດຖະບານແຫ່ງ ສປປລາວ ຄວາມຮູ້ບຸນຄຸນຂອງຂ້າພະເຈົ້າ ຍັງລວມໄປຮອດບັນດາກະຊວງ ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆທີ່ໄດ້ສະໜັບສະໜູນ ແລະ ມີສ່ວນຮ່ວມໃນການອອກແບບແຜນງານສະບັບປັດຈຸບັນ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງທ່ານ ການປຶກສາຫາລື ແລະ ການຮ່ວມມືຢ່າງໃກ້ຊິດ ແມ່ນມີຄຸນຄ່າສູງ ແລະ ມັນຈະຊ່ວຍເພີ່ມຄວາມພະຍາຍາມຂອງພວກເຮົາໃນການບັນລຸ NSEDP ຄັ້ງທີ 9 ຂອງພວກເຮົາ.
ການປຶກສາຫາລືດ້ານວິຊາການ ໄດ້ຈັດຂື້ນກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າບໍ່ມີຜູ້ໃດທີ່ຢູ່ເບື້ອງຫຼັງ ໄດ້ຮັບການແກ້ໄຂຈາກຂັ້ນຕອນການອອກແບບ ການປຶກສາຫາລື ປະກອບມີຜູ້ຖືສິດ ຊາວໜຸ່ມ ແມ່ຍິງຖືພາ ອົງການຈັດຕັ້ງທາງສັງຄົມ ລວມທັງຄົນພິການ ແລະ ຊຸມຊົນ LGBTIQ ໄດ້ມີສ່ວນຮ່ວມ ແລະ ໃຫ້ຄຳເຫັນຕໍ່ຂະບວນການພັດທະນາ CP7.
ກອງປະຊຸມເພື່ອຮັບຮອງຄັ້ງສຸດທ້າຍກັບກຸ່ມຄູ່ຮ່ວມພັດທະນາຢ່າງກວ້າງຂວາງ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງຂັ້ນການສະຫຼຸບ ເພື່ອໃຫ້ CP7 ສອດຄ່ອງຢ່າງເຕັມສ່ວນ ແລະ ແກ້ໄຂຄວາມຕ້ອງການ ແລະ ບູລິມະສິດທີ່ພົ້ນເດັ່ນຂອງປະເທດ ລວມທັງຄຳໝັ້ນສັນຍາໄນໂຣບີ ICPD25 ແລະ UNSDCF ຜູ້ເຂົ້າຮ່ວມໄດ້ເຫັນເຖິງຄວາມກ່ຽວຂ້ອງຂອງດ້ານວິຊາການ ແລະ ຍຸດທະສາດ ແລະ ຊ່ວຍເຫຼືອທີ່ສຳຄັນສຳລັບ ສປປ ລາວ ໃນບັນດາຜູ້ເຂົ້າຮ່ວມທີ່ໄດ້ດຳເນີນການຊ່ວຍເຫຼືອ ທີ່ເນັ້ນເຖິງຄວາມກ່ຽວຂ້ອງຂອງວຽກ UNFPA ແລະ ການກຳນົດ ICPD ສຳລັບ ສປປ ລາວ ເພື່ອບັນລຸ SDGs ໂດຍແມ່ນທ່ານເອກອັກຄະລັດຖະທູດ ອີນາ ມາຈູລໍນີ ຈາກອີຢູ ທ່ານເອກອັກຄະລັດຖະທູດ ເຄໂຊ ທາເກວະກະ ຂອງຍີ່ປຸ່ນ ແລະ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ຜູ້ເຂົ້າຮ່ວມຈາກລັດຖະບານ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ອົງການຈັດຕັ້ງທາງສັງຄົມ ກໍສະແດງການສະໜັບສະໜູນຕໍ່ເນື້ອໃນຂອງ CP7..
# ຂ່າວ – ພາບ : ເພັດສະໝອນ