ຄະນະນໍາ ແລະ ວິຊາການຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ລົງກວດກາການຈໍາໜ່າຍ ແລະ ຄຸ້ມຄອງລາຄາສິນຄ້າຢູ່ຮ້ານຂາຍເຄື່ອງຍ່ອຍ ຮ້ານສະດວກຊື້ ແລະ ຕະຫຼາດໃນນະຄອນຫຼວງພະບາງ ວັນທີ 27-28 ເມສາ 2021 ໃນນີ້ ເມື່ອວັນທີ 27 ໄດ້ລົງກວດຢູ່ຕະຫຼາດນາວຽງຄຳ ເຊິ່ງນຳໂດຍທ່ານ ສຸລິໄຊ ຫົງສາຄອນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
ທ່ານ ສຸລິໄຊ ຫົງສາຄອນ ໃຫ້ສໍາພາດວ່າ: ການລົງກວດກາຄັ້ງນີ້ ໄດ້ກວດກາການຈຳໜ່າຍເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງໂດຍລວມ ແຕ່ລະຮ້ານໄດ້ເອົາໃຈໃສ່ໃນການປະຕິບັດລາຄາກາງ ພ້ອມນີ້ ຍັງໄດ້ປຸກລະດົມໃຫ້ຜູ້ປະກອບການປະຕິບັດຕາມກົດໝາຍວ່າດ້ວຍການຄວບຄຸມ ແລະ ການກັກຕຸນສິນຄ້າ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຜູ້ບໍລິໂພກ ໂດຍສະເພາະ ໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ຮຽກຮ້ອງໃຫ້ຜູ້ປະກອບການປະຕິບັດຕາມແຈ້ງການຂອງພະແນກການກ່ຽວຂ້ອງ ພ້ອມທັງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຜ່ານການກວດກາຄັ້ງນີ້ ຍັງພົບເຫັນບາງຮ້ານສວຍໂອກາດຂຶ້ນລາຄາສິນຄ້າປະເພດໝີ່ສຳເລັດຮູບ ເຊິ່ງເຈົ້າໜ້າທີ່ການຄ້າໄດ້ມີການສຶກສາອົບຮົມ ແລະ ເຮັດບົດບັນທຶກກັບເຈົ້າຂອງຮ້ານ ເພື່ອບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າອີກ ແລະ ຫາກກວດພົບເຫັນອີກ ຈະໃຊ້ມາດຕະການຕາມລະບຽບກົດໝາຍກຳນົດ.

ສໍາລັບວັນທີ 28 ເມສາ 2021 ວິຊາການຫ້ອງອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ໄດ້ສົມທົບກັບຄະນະສະເພາະກິດພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ລົງເຄື່ອນໄຫວຕິດຕາມການຈໍາໜ່າຍສິນຄ້າຢູ່ຕະຫຼາດເຊົ້າບ້ານປ່າຂາມ ເຊິ່ງທ່ານ ນົບພະວົງ ສີສະເຫຼີມສັກ ນາຍບ້ານປ່າຂາມ ໃຫ້ສຳພາດວ່າ: ການຄຸ້ມຄອງ ແລະ ຈັດສັນຕະຫຼາດເຊົ້າພາຍໃນບ້ານປ່າຂາມ ໄດ້ມີຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ຜູ້ຈະມາຂາຍເຄື່ອງ ແລະ ຊື້ເຄື່ອງ ຕ້ອງໃສ່ຜ້າອັດປາກ-ດັງ ສ່ວນການຄຸ້ມຄອງລາຄາສິນຄ້າ ແມ່ນຢູ່ໃນເກນປົກກະຕິ ເປັນຕົ້ນສິນຄ້າປະເພດເຄື່ອງໃຊ້ທີ່ນຳເຂົ້າ ແຕ່ສິນຄ້າປະເພດຜັກ ໄຂ່ ແລະ ຊີ້ນ ແມ່ນມີການເໜັງຕີງເລັກນ້ອຍໄປຕາມໄລຍະການຜະລິດ ເຊິ່ງຄະນະຮັບຜິດຊອບຈັດສັນຕະຫຼາດ ໄດ້ກວດກາເປັນປະຈໍາ ເພື່ອບໍ່ໃຫ້ຜູ້ປະກອບການແຕ່ລະຫົວໜ່ວຍສວຍໂອກາດຂຶ້ນລາຄາເກີນລະບຽບການທີ່ກຳນົດໄວ້.
ດ້ານທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ກໍໄດ້ໃຫ້ສຳພາດວ່າ: ປັດຈຸບັນ ໄດ້ຈັດສັນເອົາຜູ້ປະກອບການຂາຍສິນຄ້າຢູ່ຕະຫຼາດໂພສີ ແລະ ຕະຫຼາດສາຍຊຸມຊົນ ເຂົ້າມາຂາຍສິນຄ້າຢູ່ເດີ່ນທາດຫຼວງຊົ່ວຄາວ ເພື່ອຫຼຸດຜ່ອນຄວາມແອອັດພາຍໃນຕະຫຼາດ ທັງເປັນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕື່ມອີກ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ວິຊາການພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ໄດ້ລົງກວດກາການຂາຍສິນຄ້າຢູ່ບັນດາຮ້ານຂາຍເຄື່ອງສົ່ງ ຮ້ານຂາຍເຄື່ອງຍ່ອຍ ຮ້ານຊຸບເປີມາເກັດ ແລະ ອື່ນໆ ພ້ອມນີ້ ຍັງຈະໄດ້ຈັດສັນຄວາມເປັນລະບຽບພາຍໃນຕະຫຼາດໂພສີ ແລະ ຕະຫຼາດສາຍຊຸມຊົນຄືນໃໝ່ ກ່ອນຈະເປີດບໍລິການພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ.

# ຂ່າວ – ພາບ : ສະບາໄພ