ປັດຈຸບັນ ເຊື້ອພະຍາດໂຄວິດ-19 ໄດ້ແຜ່ລາມໄປໃນເຂດຊຸມຊົນພາຍໃນນະຄອນຫຼວງພະບາງ ແລະ ບາງເມືອງຂອງແຂວງຫຼວງພະບາງ ເຮັດໃຫ້ຫຼາຍພາກສ່ວນຕ້ອງເພີ່ມທະວີການປະຕິບັດມາດຕະການໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ.

ທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຖະແຫຼງຂ່າວປະຈຳວັນ ກ່ຽວກັບການເຝົ້າລະວັງພະຍາດໂຄວິດ-19 ຢູ່ແຂວງຫຼວງພະບາງ ປະຈຳວັນທີ 29 ເມສາ 2021 ວ່າ: ວັນທີ 29 ເມສາ 2021 ຄະນະສະເພາະກິດແຂວງຫຼວງພະບາງ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 314 ຕົວຢ່າງ ໄດ້ກວດຢູ່ພາຍໃນແຂວງ 151 ຕົວຢ່າງ ຜົນກວດພົບເຊື້ອ 6 ຄົນ ສົ່ງໄປກວດຢູ່ສູນກາງ 3 ຕົວຢາງ ແລະ ລໍຖ້າຜົນກວດ 163 ຕົວຢ່າງ ສ່ວນການຖະແຫຼງຂ່າວຂອງຄະນະສະເພາະກິດຂັ້ນສູນກາງ ທີ່ໄດ້ຖະແຫຼງຂ່າວວັນທີ 29 ເມສາ ໄດ້ຢັ້ງຢືນຕົວເລກຜູ້ຕິດເຊື້ອໃໝ່ຢູ່ແຂວງຫຼວງພະບາງ ມີ 8 ຄົນ ແມ່ນຂໍ້ມູນຊ້ຳກັນ 2 ຄົນ.
ທ່ານ ດຣ ຄຳສອນ ພົງສະຫວັດດີ ກ່າວຕື່ມອີກວ່າ: ສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 6 ຄົນ ມີຄື: ກໍລະນີຢືນຢັນຜູ້ທີ 1 ເພດຍິງ ອາຍຸ 34 ປີ ອາຊີບຄ້າ-ຂາຍ ຢູ່ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ກໍລະນີຢືນຢັນຜູ້ທີ 2 ເປັນຊາຍ ອາຍຸ 59 ປີ ອາຊີບພະນັກງານຢູ່ບ້ານປາກແວດ ເມືອງຊຽງເງິນ ກໍລະນີຢືນຢັນຜູ້ທີ 3 ເປັນຊາຍ ອາຍຸ 24 ປີ ອາຊີບຄ້າ-ຂາຍຢູ່ບ້ານປາກແວດເມືອງຊຽງເງິນ ກໍລະນີຢືນຢັນຜູ້ທີ 4 ເປັນຍິງ ອາຍຸ 21 ປີ ຢູ່ບ້ານເມືອງງາ ນະຄອນຫຼວງພະບາງ ກໍລະນີຢືນຢັນຜູ້ທີ 5 ເປັນຍິງ ອາຍຸ 21 ປີ ຢູ່ບ້ານປ່ອງຄໍາ ນະຄອນຫຼວງພະບາງ ກໍລະນີຢືນຢັນຜູ້ທີ 6 ເປັນຍິງ ອາຍຸ 19 ປີ ຢູ່ບ້ານເມືອງງາ ນະຄອນຫຼວງພະບາງ ປັດຈຸບັນຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍໍແຂວງຫຼວງພະບາງ 12 ຄົນ ທຸກຄົນມີສຸຂະພາບແຂງແຮງດີ ແລະ ແພດໄດ້ປີ່ນປົວຕາມອາການ.
# ຂ່າວ – ພາບ : ສະບາໄພ